ເປີດ​ນຳ​ໃຊ້​ໂຮງ​ງານລົດ​ໂອ​ໂຕ ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເຊັກ​ໂກ

(VOVWORLD) - ວັນທີ 26 ມີນາ, ກຸ່ມບໍລິສັດ ແທັ່ງກົງ ໄດ້ຈັດພິທີເປີດນຳໃຊ້ໂຮງງານຜະລິດລົດໂອໂຕ ແທັ່ງກົງ ຫວຽດຮຶງ ຢູ່ເຂດອຸດສາຫະກຳ ຫວຽດຮຶງ (ນະຄອນຮະລອງ, ແຂວງກ໋ວາງນິງ). 
ເປີດ​ນຳ​ໃຊ້​ໂຮງ​ງານລົດ​ໂອ​ໂຕ ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເຊັກ​ໂກ - ảnh 1ພິທີເປີດນຳໃຊ້ ໂຮງງານຜະລິດລົດໂອໂຕ (ພາບ: VGP)

ນີ້ແມ່ນໂຮງງານຜະລິດລົດໂອໂຕທຳອິດຢູ່ແຂວງກ໋ວາງນິງ, ສ້າງບາດກ້າວສຳຄັນໃນຂົງເຂດອຸດສາຫະກຳລົດໂອໂຕຂອງແຂວງ ແລະ ທົ່ວປະເທດ. ພາຍຫຼັງຈັດພິທີເປີດນຳໃຊ້, ໂຮງງານຈະເຄື່ອນໄຫວການຜະລິດ, ປະກອບລົດໂອໂຕການຄ້າ, ຫຍີ່ຫໍ້ Skoda - ເຊິ່ງແມ່ນຫຍີ່ຫໍ້ ລົດໂອໂຕທີ່ສ້າງຂຶ້ນດົນທີ່ສຸດຢູ່ ສ.ເຊັກໂກ. ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນຮົ່ງຢ້ຽນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສະເໜີວ່າ:

ສອງກຸ່ມບໍລິສັດຕ້ອງເອົາໃຈໃສ່ເປັນສຳຄັນເຖິງການເຜີຍແຜ່ຮູບແບບພັດທະນາຜ່ານບັນດາໂຄງການ, ແຜນການຮ່ວມມື, ໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດ, ພິເສດແມ່ນວິສາຫະກິດຂາດໜາດກາງ ແລະ ນ້ອຍເຂົ້າຮ່ວມບັນດາຂັ້ນຕອນຂອງການວິວັດການຜະລິດ, ບັນດາລະບົບສະໜອງ, ເພື່ອແນໃສ່ຊຸກຍູ້ການພັດທະນາລະບົບວິສາຫະກິດໜູນຊ່ວຍໃນລະບົບມູນຄ່າຂະແໜງອຸດສາຫະກຳລົດໂອໂຕ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ