ເປີດສະຫຼອງວິຫານບູຊາ ອະດີດເລຂາທິການໃຫຍ່ ເລຢວນ

ເປີດສະຫຼອງວິຫານບູຊາ ອະດີດເລຂາທິການໃຫຍ່ ເລຢວນ - ảnh 1
​ພິທີເປີ​ດສະຫຼອງ​ວິຫານ​ບູຊາ​ອະດີດ​ເລຂາທິການ​ໃຫຍ່​ ​ເລ​ຢວນ
(ພາບ: nhandan.com.vn)



(vovworld) - ວັນ​ທີ 18/1, ຢູ່​ໜອງ ​ເກ​ໂກ, ​ເມືອງ ​ເກິມ​ຊວຽນ, ​ແຂວງ ຮ່າ​ຕິ້ງ ​ໄດ້​ຈັດ​ພິທີ ເປີ​ດສະຫຼອງ​ວິຫານ​ບູຊາ​ອະດີດ​ເລຂາທິການ​ໃຫຍ່​ ​ເລ​ຢວນ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ.

        ​ອະດີດ​ເລຂາທິການ​ໃຫຍ່​ ​ເລ​ຢວນ ​ໄດ້​ຮັບ​ການ​ກຳ​ເນີ​ດຢູ່​ບ້ານ​ບິ​ກລາ, ຕາ​ແສງ ຈ້ຽວດົງ, ​ເມືອງ ​ຈ້ຽວຟອງ, ​ແຂວງ ກວາງ​ຈີ້. ​ແຕ່​ໃນ​ວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ, ​ອະດີດ​ເລຂາທິການ​ໃຫຍ່​ ​ເລ​ຢວນ ​ໄດ້​ສະຫງວນ​ອາລົມ​ຈິດ​ພິ​ເສດ​ໃຫ້​ແຂວງ​ຮ່າ​ຕິ້ງ. ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ ​ແລະ ຮູ້​ບຸນ​ຄູນ​ອັນ​ໄຫ​ຍ່ຫຼວງຕໍ່​ອະດີດ​ເລຂາທິການ​ໃຫຍ່​ ​ເລ​ຢວນ, ການ​ນຳ ​ແລະ ປະຊາຊົນ​ແຂວງ​ຮ່າ​ຕິ້ງ ​ໄດ້​ກໍ່ສ້າງ​ວິຫານ​ບູຊາ​ອະດີດ​ເລຂາທິການ​ໃຫຍ່​ ​ເລ​ຢວນ​ຢູ່​ຫາດ​ໃຈກາງ​ໜອງ ​ແກ​ໂກ ນັບ​ແຕ່​ປີ 2011.

        ​ແລະ ກໍ່​ໃນ​ໂອກາດ​ນີ້, ​ໃນ​ການ​ໂອ້​ລົມ​ກັບ​ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຕິ້ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຂອງ​ແຂວງ​ໃນ​ປີຜ່ານມາ… ທ່ານ​ປະທານ​ປະ​ເທດ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ມູນ​ເຊື້ອ​ປະຕິວັດ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ຮ່າ​ຕິ້ງ ຈະ​ສູ້​ຊົນ​ບືນ​ຕົວ​ຂຶ້ນ ​ເພື່ອ​ບັນລຸ​ຜົນງານ​ຫຼາຍ​ກວ່າ​ອີກ, ຍູ້​ແຮງ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ ຮ່າ​ຕິ້ງ ​ໃຫ້​ກາຍ​ເປັນ​ແຂວງ​ທີ່​ຮັ່ງມີ ​ແລະ ສີວິ​ໄລ.

ຂ່າວ/ບົດ​ອື່ນ