ເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນຢູ່ສະຖານທູດຫວຽດນາມປະຈຳເມກຊິກໂກ

ເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນຢູ່ສະຖານທູດຫວຽດນາມປະຈຳເມກຊິກໂກ - ảnh 1
ເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນ
ຢູ່ສະຖານທູດຫວຽດນາມປະຈຳເມກຊິກໂກ
(ພາບ: vietnamplus.vn)

(vovworld) - ວັນ​ທີ 18/9, ສະຖານທູດ​ຫວຽດນາມ​ປະຈຳ​ເມກ​ຊິກ​ໂກ ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ ​ແລະ ​ເປີດ​ສະຫຼອງອະນຸສາວະລີ​ ປະທານ​ ໂຮ່ຈີ​ມິນ, ​ເຊິ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ບໍລິ​ເວນ​ຂອງ​ອົງການ​ຕາງໜ້າ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ປະຈຳ​ເມກ​ຊິກ​ໂກ ​ເລ​ລິງ​ລານ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ກໍ່ສ້າງອະນຸສາວະລີ​ ປະທານ​ ໂຮ່ຈີ​ມິນ ຢູ່​ທີ່​ນີ້. ຖື​ວ່າ​, ນີ້​ແມ່ນ​ການ​ກະທຳ​ທີ່​ແທດ​ຈິງ ​ເພື່ອ​ອາ​ໄລ​ຫາ​ປະທານ​ໃນ​ແຕ່​ລະ​ວັນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ​ເລ​ລິງ​ລານ ຮຽກຮ້ອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່ ​ເມກ​ຊິກ​ໂກ, ພະນັກງານ, ສະມາຊິກ​ພັກ​ທຸກ​ຄົນ​ທີ່​ພວມ​ປະຕິບັດ​ງານ, ຮຳ່ຮຽນ ​ແລະ ອອກ​ແຮງ​ງານ​ຢູ່ ​ເມກ​ຊິກ​ໂກ ສືບ​ຕໍ່​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ