ເປີດສະຫຼອງເຂດປູສະນີຍະສະຖານປະຫວັດສາດ ແຫ່ງນ້ຳໃຈສະມັກຄີ ຫວຽດນາມ - ກຳປູເຈຍ

ເປີດສະຫຼອງເຂດປູສະນີຍະສະຖານປະຫວັດສາດ ແຫ່ງນ້ຳໃຈສະມັກຄີ ຫວຽດນາມ - ກຳປູເຈຍ - ảnh 1
(ພາບ: http://nguyentandung.org)

ຕອນ​ເຊົ້າວັນ​ທີ 2/1, ຢູ່​ແຂວງ ດົ່ງ​ນາຍ, ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​​ແຫ່ງ​ທີ່​ສ້າງ​ຕັ້ງ​ກອງ 125, ​ເຊິ່ງ​ແມ່ນກອງ​ທະຫານ​ທຳ​ອິດຂອງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ສາມັກຄີ​ກູ້​ຊາດ ກຳປູ​ເຈຍ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ນາ​ຍົກ​ລັດຖະມົນຕີ ກຳປູ​ເຈຍ Samdec Hunsen ​ແລະ ການ​ນຳ, ອະດີດ​ການ​ນຳ 2 ປະ​ເທດ ຫວຽ​ດນາມ ​ແລະ ກຳປູ​ເຈຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາ​ຍົກ​ລັດຖະມົນຕີກຳປູເຈຍ Samdec Hunsen​ໄດ້​ທົບ​ທວນຄືນ​ຊຸມ​ວັນ​ທີ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ, ສະພາບ​ການ​ສ້າງ​ຕັ້ງ​ກອງ 125, ວັນ​ທີ  12/5/1978 ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ພັກ, ລັດຖະບານ​ຫວຽດນາມ ​ແລະ ກອງທັບ ປະຊາຊົນ​ແຂວງ ດົ່ງ​ນາຍ, ພະນັກງານ, ນັກຮົບ​ກຳປູ​ເຈຍ ກ່ວາ 200 ຄົນ​ພາຍ​ໃຕ້​ການ​ຊີ້​ນຳ ນຳພາ​ຂອງ​ທ່ານ Samdec Hunsen ​ໄດ້​ສ້າງ​ຕັ້ງ​ກອງ 125. ​ເຫດ​ການ​ນີ້​ແມ່ນ​ບາດ​ລ້ຽວ​ໃນ​ພາລະກິດ​ຕໍ່ສູ້​ຂອງ​ປະຊາຊົນ ກຳປູ​ເຈຍ ​ເພື່ອ​ແນ​ໃສ່​ລົບ​ລ້າງ​ລະບອບ Polpot.

ສ່ວນ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ຖື​ວ່າ: ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ກອງ 125 ​ແມ່ນ​ພະຍາຍ​ຫຼັກ​ຖານ ທີ່​ຮຸ່ງ​ເຮືອງ​ເຫຼືອ​ເຫຼື​້ອມກ່ຽວ​ກັບ​ນ້ຳ​ໃຈ​ສະມັກ​ຄີ​ລະຫວ່າງ 2 ຊາ​ດ.

“ພວກເຮົາຮູ້ສຶກ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ, ພາຍຫຼັງ 33 ປີ ຜ່ານມາ, ຫວຽດນາມ ແລະ ກຳປູເຈຍບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງດີງາມ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດນັບມືນັບແຕກດອກອອກຜົນ. ພັກ, ລັດ ແລະ ປະຊາຊົນຫວຽດນາມເຊື່ອໝັ້ນຢ່າງແນ່ວແນວ່າ: ພາຍໃຕ້ການນຳພາ​ອັນ​ສະຫຼາດ​ສ່ອງ​ໃສຂອງ​ທ່ານ​ນາຍົກລັດຖະມົນຕີ Hunsen, ລັດຖະບານ ​ແລະ ປະຊາຊົນ ກຳປູ​ເຈຍ​ຈະ​ສືບ​ຕໍ່​ຍາດ​ໄດ້ຜົນງານ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ກ່ວາ​ອີກ ​ໃນ​ວິວັດ​ການ​ສ້າງ​ປະ​ເທດ ກຳປູ​ເຈຍ​ສີວິ​ໄລ, ມີ​ຄວາມ​ຜາ​ສຸກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເພື່ອ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ຢູ່ໃນ​ໂລກ”

ຂ່າວ/ບົດ​ອື່ນ