ເປັນຄັ້ງທຳອິດ, ຫວຽດນາມ ອອກສະໝັກເລືອກຕັ້ງເປັນຜູ້ອຳນວຍການຫ້ອງການພາກພື້ນ ປາຊີຟິກ ຕາເວັນຕົກ ຂອງ WHO

Vovworld - WHO ມີ 194 ປະເທດສະມາຊິກ, ໄດ້ຮັບການສ້າງຂຶ້ນນັບແຕ່ປີ 1948 ດ້ວຍເປົ້າໝາຍຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນໃນທົ່ວໂລກ. ໂດຍແມ່ນໜຶ່ງໃນ 6 ພາກພື້ນຂອງ WHO, ພາກພື້ນ ປາຊີຟິກ ຕາເວັນຕົກ ລວມມີ 37 ປະເທດສະມາຊິກດ້ວຍຈຳນວນພົນລະເມືອງ ກ່ວາ 1,9 ຕື້ຄົນ.
(VOVWORLD) - 
ເປັນຄັ້ງທຳອິດ, ຫວຽດນາມ ອອກສະໝັກເລືອກຕັ້ງເປັນຜູ້ອຳນວຍການຫ້ອງການພາກພື້ນ ປາຊີຟິກ ຕາເວັນຕົກ ຂອງ WHO  - ảnh 1ທ່ານນາງ ຮອງສາດສະດາຈານ, ປອ, ທ່ານໝໍ ເຈິ່ນທິຢ້າງເຮືອງ

ທ່ານ Tedros Adhanom, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຫາກໍ່ປະກາດບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງເປັນຜູ້ອຳນວຍການຫ້ອງການພາກພື້ນ ປາຊີຟິກ ຕາເວັນຕົກ ຂອງ WHO ອາຍຸການ 2024 – 2029, ໃນນັ້ນມີ ທ່ານນາງ ຮອງສາດສະດາຈານ, ປອ, ທ່ານໝໍ ເຈິ່ນທິຢ້າງເຮືອງ, ມາຈາກ ຫວຽດນາມ. ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ມີຜູ້ອອກສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງນີ້ຂອງ WHO.

        WHO ມີ 194 ປະເທດສະມາຊິກ, ໄດ້ຮັບການສ້າງຂຶ້ນນັບແຕ່ປີ 1948 ດ້ວຍເປົ້າໝາຍຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນໃນທົ່ວໂລກ. ໂດຍແມ່ນໜຶ່ງໃນ 6 ພາກພື້ນຂອງ WHO, ພາກພື້ນ ປາຊີຟິກ ຕາເວັນຕົກ ລວມມີ 37 ປະເທດສະມາຊິກດ້ວຍຈຳນວນພົນລະເມືອງ ກ່ວາ 1,9 ຕື້ຄົນ. ທ່ານນາງ ຮອງສາດສະດາຈານ, ປອ, ທ່ານໝໍ ເຈິ່ນທິຢ້າງເຮືອງ ແມ່ນນັກຊ່ຽວຊານ ດ້ານການແພດສາທາລະນະ ແລະ ສຸຂະພາບທົ່ວໂລກ ດ້ວຍປະສົບການເປັນເວລາ 32 ປີ, ເຄີຍດຳລົງຫຼາຍຕຳແໜ່ງໃນຂະແໜງການແພດ. ແຕ່ເດືອນ ກໍລະກົດ 2019 ມາຮອດປະຈຸບັນ, ທ່ານນາງ ເຈິ່ນທິຢ້າງເຮືອງ ແມ່ນຜູ້ອຳນວຍການບັນດາໂຄງການຄວບຄຸມໂລກພະຍາດຂອງຫ້ອງການພາກພື້ນ ປາຊິຟິກ ຕາເວັນຕົກ ຂອງ WHO. ໃນຖານະຕຳແໜ່ງນີ້, ທ່ານນາງ ເຈິ່ນທິຢ້າງເຮືອງ ມີການປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນພາກພື້ນ; ປ້ອງກັນ, ຕ້ານບັນດາພະຍາດຕິດແປດ, ບໍ່ຕິດແປດ, ປົວແປງສຸຂະພາບ, ລົບລ້າງພະຍາດໄຂ້ຍຸງຢູ່ອະນຸພາກພື້ນແມ່ນ້ຳຂອງ….

ຕອບກັບ

ຂ່າວ/ບົດ​ອື່ນ