ເປັນ​ຄັ້ງ​ທຳ​ອິດ​ທີ່ການ​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ​ຕ້ອງ​ຈັດ​ຕັ້ງ​ຄືນໃໝ່ພາຍຫຼັງ​ໄລ​ຍະ​ເວ​ລາ 1 ສະ​ຕະ​ວັດ

(VOVWORLD) -ຖ້າວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດບັນລຸໄດ້ຈຳນວນບັດສ່ວນຫຼາຍໃນການປ່ອນບັດຮອບທີ 3 ນີ້, ບັນດາສະມາຊິກສະພາຕ່ຳ ຈະຕ້ອງປ່ອນບັດຮອບຕໍ່ໄປ ຈົນກວ່າຈະເລືອກຕັ້ງໄດ້ປະທານຄົນໃໝ່.
ເປັນ​ຄັ້ງ​ທຳ​ອິດ​ທີ່ການ​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ​ຕ້ອງ​ຈັດ​ຕັ້ງ​ຄືນໃໝ່ພາຍຫຼັງ​ໄລ​ຍະ​ເວ​ລາ 1 ສະ​ຕະ​ວັດ - ảnh 1ທ່ານ Kevin McCarthy  (ພາບ: Getty Images)

ວັນທີ 03 ມັງກອນ, ໃນຊຸມວັນທຳອິດຂອງສະພາແຫ່ງຊາດ ອາເມລິກາ ຊຸດໃໝ່, ສະພາຕ່ຳ ອາເມລິກາ ຈັດການເລືອກຕັ້ງປະທານສະພາຕ່ຳຕາມຂໍ້ກຳນົດ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເປັນໜ້າປະຫຼາດໃຈທີ່ສຸດ ແມ່ນໃນຮອບເວລາ 100 ປີຜ່ານມາກໍໄດ້ເກີດຂຶ້ນ ໃນຂະນະທີ່ຜູ້ອອກສະໝັກເລືອກຕັ້ງແຖວໜ້າຂອງພັກສາທາລະນະ, ພັກທີ່ຫາກໍຍາດໄດ້ສິດຄວບຄຸມສະພາຕ່ຳ, ການນຳພັກ, ທ່ານ Kevin McCarthy ໄດ້ປະລາໄຊໃນການປ່ອນບັດທັງ 3 ຮອບ ຍ້ອນບໍ່ໄດ້ຕາມຈຳນວນຕ້ອງການ 218 ບັດ. ເລື່ອງທ່ານ Kevin McCarthy ບໍ່ໄດ້ຮັບການສະໜັບສະໜູນຈາກສະມາຊິກພັກສາທາລະນະຈຳນວນໜຶ່ງ ແມ່ນມາຈາກເລື່ອງທີ່ວ່າເຂົາເຈົ້າຖືວ່າ ທ່ານ Kevin McCarthy ບໍ່ມີຄວາມແຂງແກ່ນຢ່າງພຽງພໍ ກໍຄື ບໍ່ໄດ້ເປັນຕົວແທນໃຫ້ແກ່ຝ່າຍຮັກສາເດີມ ເຊິ່ງເປັນສັນຍາລັກຂອງພັກນີ້.  

        ບັນດາສະມາຊິກສະພາຕ່ຳ ອາເມລິກາ ຈະດຳເນີນການປ່ອນບັດຮອບຕໍ່ໄປໃນຕອນບ່າຍວັນທີ 4 ມັງກອນ ຕາມເວລາທ້ອງຖິ່ນ. ຖ້າວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດບັນລຸໄດ້ຈຳນວນບັດສ່ວນຫຼາຍໃນການປ່ອນບັດຮອບທີ 3 ນີ້, ບັນດາສະມາຊິກສະພາຕ່ຳ ຈະຕ້ອງປ່ອນບັດຮອບຕໍ່ໄປ ຈົນກວ່າຈະເລືອກຕັ້ງໄດ້ປະທານຄົນໃໝ່.

ຫວູເຮີບ, ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ