ເປັນຄັ້ງທຳອິດຫວຽດນາມກາຍເປັນຕະຫຼາດໃຫຍ່ອັນດັບ4ຂອງສ.ເກົາຫຼີ

ເປັນຄັ້ງທຳອິດຫວຽດນາມກາຍເປັນຕະຫຼາດໃຫຍ່ອັນດັບ4ຂອງສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) – ຫວຽດນາມ ​ໄດ້​ລື່ນ​ກ່າຍ​ຍີ່ປຸ່ນ ກ່າ​ຍ​ເປັນ​ຕະຫຼາດ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ​ທີ​ 4 ສຳ​ລັບ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ສ.​ເກົາຫຼີ ​ໃນ 7 ​ເດືອນ​ຕົ້ນ​ປີ 2015. ສະຫະສະມາຄົມ​ການ​ຄ້າ​ສາກົນ​ສ.​ເກົາຫຼີ ​ແລະ ອົງການ​ສົ່ງ​ເສີມ​ການ​ຄ້າ - ການ​ລົງທຶນ​ສ.​ເກົາຫຼີ ປະກາດ​ໃນ​ວັນ​ທີ 30/08 ​ໃຫ້​ຮູ​້ວ່າ, ​ແຕ່​ເດືອ​ນ 01 – 07/2015, ມູນ​ຄ່າ​ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ສ.​ເກົາຫຼີ ມາ​ຫວຽດນາມ​ບັນລຸ 16,35 ຕື້ USD, ​ລື່ນ​ກາຍ​ລະ​ດັບ 15,48 ຕື້ USD ​ເຊິ່ງສ.​ເກົາຫຼີ ສົ່ງ​ອອກ​ໄປ​ຍັງ​ຍີ່ປຸ່ນ. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ວົງ​ການ​ສົ່ງ​ອອກ​ຂອງ​ສ.​ເກົາຫຼີ ​​ເຂົ້າ​ຫວຽດນາມ ລື່ນ​ກາຍລະ​ດັບ​ສົ່ງ​ອອກ​ຂອງ​ປະ​ເທດ​ນີ້​ໄປ​ຍັງ​ຍີ່​ປຸ່ນ. ບັນດາ​ເຈົ້າ​ໜ້າ​ທີ່​ສ.ເກົາຫຼີ ​ຖືວ່າ, ແມ່ນ​ຍ້ອນ​ປະ​ເທດ​ນີ້​ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າ​ໄລຍະ​ກາງຂອງ​ວິວັດ​ການ​ຜະລິດ, ​ໃນ​ຂະນະ​ທີ່​ການ​ສົ່ງ​ອອກ​ໄປ​ຍັງ​ຍີ່​ປຸນ​ ຖືກ​ຫຼຸດ​ລົງ​ຢ່າງ​ແຮງ, ຕົ້ນ​ຕໍ່​ແມ່ນ​ຍ້ອນ​ສະພາບ​ມູນຄ່າ​ເງິນ ​ເຢັນ ຂອງ​ຍີ່​ປຸ່ນ ຍັງ​ຄົງ​ຮັກສາຢູ່​ໃນ​ລະດັບ​ຕໍ່າ.

ຂ່າວ/ບົດ​ອື່ນ