ເພັງພື້ນເມືອງວີ໋ຢ້ຳຂອງແງ້ຕິ້ງໄດ້ຮັບການແນະນຳ ເຖິງ UNESCO

ເພັງພື້ນເມືອງວີ໋ຢ້ຳຂອງແງ້ຕິ້ງໄດ້ຮັບການແນະນຳ ເຖິງ UNESCO - ảnh 1
ປື້້ມ ແລະ ແຜ່ນ DVD ແນະນຳເພັງພື້ນເມືອງ ວີ໋ຢ້ຳ
(ພາບ:baonga.com)


(vovworld) – ຕອນ​ຄຳ່​ວັນ​ທີ 8/12, ທີ່​ສະຖານທູ​ດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ, ຄະນະ​ປະຕິບັດ​ງານ ຫວຽດນາມ, ​ໂດຍ​ທ່ານ​ຮອງສາດສະ​ດາ​ຈານ, ດຣ ຫງວຽນ​ຈີ໋​ເບ​ນ, ຫົວໜ້າ​ສະ​ຖາ​ບັນ​ວັດທະນະທຳ, ສິລະ​ປະ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ​​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ, ​ແນະນຳ​ກັບ​ພໍ່​ແມ່​ປະຊາຊົນຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ເລື່ອງຍືນ​ສະ​ເໜີ​​ສຳ​ເນົາ​ເອກະສານ​ມໍລະດົກ “​ເພັງ​ພື້ນ​ເມືອງ​ວີ໋ຢ້ຳ​ແຂວງ​ແງ້ຕິ້ງ” ​ຕໍ່​ອົງການ​ວັດທະ​ນະ​ທຳ, ວິທະຍາສາດ ​ແລະ ການ​ສຶກສາ ສະຫະ​ປະຊາ​ຊາດ (UNESCO). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງສາດສະ​ດາ​ຈານ, ດຣ ຫງວຽນ​ຈີ໋​ເບ​ນ ​ໃຫ້​ຮູ້​ວ່າ: ສຳ​ເນົາ​ເອກະສານ​ເພັງ​ພື້ນ​ເມືອງ ວີ໋ຢ້ຳ ​ຂອງ ​ແງ້ຕິ້ງ ​​ຈະ​​ໄດ້​ຮັບ​ການ​ພິຈາລະ​ນາ​ຮັບຮອງ​ຈາກ UNESCO ​ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມະນຸດໃນ​ປີ 2014.

        “​ເລື່ອງ​ແນະນຳ​ມໍລະດົກ​ດ້ວຍ​​ແຜ່ນ DVD ແນະນຳ​ປື້​ມ​ເພັງ​ພື້ນ​ເມືອງ ວີ໋ຢ້ຳ ຂອງ ​ແງ້ຕິ້ງ​ດ້ວຍ​ພາສາ ຝຣັ່ງ, ອັງກິດ ​ແລະ ພາສາ​ຫວຽດ ຈະ​​ເຮັດ​ໃຫ້​ປະຊາ​ຄົມ​ໂລກ ​ແລະ UNESCO ຮູ້​ເຖິງ​ມໍລະດົກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ໃນ​ກອງ​ປະຊຸມ​ປີ 2014, ທຸກໆ​ວຽກ​ງານ​ຂອງ​ພວກ​ເຮົາ​ຈະ​​ດຳ​ເນີນ​ໄປ​​ເປັນຢ່າງ​ດີ. ບັນດາ​ເຈົ້າ​ໜ້າທີ່ UNESCO  ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ນັກ​ຊ່ຽວຊານ​ຂັ້ນ​ສູງ​ຂອງ UNESCO ກ່ຽວ​ກັບ​ການ​ອະນຸລັກ​ຮັກສາມໍລະດົກ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.”

       

ຂ່າວ/ບົດ​ອື່ນ