ເພີ່ມທະວີການຮ່ວມມື,ຊຸກຍູ້ການພົວພັນດ້ານເສດຖິດການຄ້າ,ການລົງທຶນລະຫວ່າງຫວຽດນາມ-ສ.ເກົາຫຼີ

ເພີ່ມທະວີການຮ່ວມມື,ຊຸກຍູ້ການພົວພັນດ້ານເສດຖິດການຄ້າ,ການລົງທຶນລະຫວ່າງຫວຽດນາມ-ສ.ເກົາຫຼີ - ảnh 1
(ເພີ່ມທະວີການຮ່ວມມື,ຊຸກຍູ້ການພົວພັນດ້ານເສດຖິດການຄ້າ,
ການລົງທຶນລະຫວ່າງຫວຽດນາມ-ສ.ເກົາຫຼີ)


​(vovworld) - ທີ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະກຳມະການ​ປະສານ​ງານ​ຮ່ວມ​ມື​ຫວຽດນາມ - ສ.​ເກົາຫຼີ ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 19/06, ຢູ່​ຮ່າ​ໂນ້ຍ. ທ່ານ ​ເວື​ອງດິ່ງ​ເຫ​້ວ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ແລະ ທ່ານ Joo Hyung Hwan, ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸດ​ທະ​ສາດ​ແລະ​ການ​​ເງິນສ.​ເກົາຫຼີ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ ເວື​ອງດິ່ງ​ເຫ​້ວ ​ເນັ້ນ​ໜັກ​ວ່າ, ອົງການຂອງ 2 ປະ​ເທດ​ຈະ​ມີ​​ແຜນການ​ລະອຽດ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ, ​ໂຄງການ, ກິດຈະກຳ​ລະອຽດ​​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ 2 ສົ້ນ, ທ່ານ ເວື​ອງດິ່ງ​ເຫ​້ວ ຖື​ວ່າ, 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ປະຕິ​ບັດ​ຄາດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 70 ຕື້ USD ​ໃນ​ປີ 2020 ຄືດັ່ງ​ການນຳ 2 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ແລ້ວ.

      ສ່ວນ​ທ່ານ Joo Hyung Hwan ຢືນຢັນ​ວ່າ, ລັດຖະບານ​ສ.​ເກົາຫຼີ ພວມ​ຮີບ​​ເຮັ່ງກະກຽມ​ບັນດາ​ລະບຽບ​ການ​ທີ່​ຈຳ​ເປັນ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໃຫ້​ສັດຕະຍາບັນສັນຍາ​ດັ່ງກ່າວ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ