ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງບັນດາທ້ອງຖິ່ນຂອງອີຕາລີ - ຫວຽດນາມ

ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງບັນດາທ້ອງຖິ່ນຂອງອີຕາລີ - ຫວຽດນາມ - ảnh 1
(ພາບປະກອບ)


​(vovworld) – ຢູ່​​ເຂດ Emilia – Romagna ຂອງ​ອີ​ຕາ​ລີ ​ຫາ​ກໍ່​ຈັດ​ກອງ​ປະຊຸມສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຮ່ວມ​ມື​ດ້ານ​ເສດ​ຖະກິດ​ລະຫວ່າງ​ເຂດ Emilia – Romagna ກັບ​ແຂວງ​ບິ່ງ​ເຢືອງ ຂອງ​ຫວຽດນາມ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ​ໄດ້​ແລກປ່ຽນ​ບັນດາ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອ​ງເຖິງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ, ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ເວົ້າ​ລວມ ກໍ່​ຄື​ກັບ​ແຂວງ​ບິ່ງ​ເຢືອງ​ ເວົ້າ​ສະ​ເພາະ. ທ່ານເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ ​ເນັ້ນ​ໜັກ​ວ່າ: ຜ່ານ​ສະພາບ​ຕົວ​ຈິ່ງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ​ເຂດ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, 2 ​ເຂດ​ຕ້ອງ​ເລີ່​ມ​ເຄື່ອນ​ໄຫວ ​ແລະ ​ລະດົມ​ບັນດາ​ກົນ​ໄກ​ຕ່າງໆ​ຂອງ​ທັງ​ລະບົບ​ການ​ເມືອງ ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນຢ່າງ​ສຸດ​ຂີດ, ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ​ເຂດໃຫ້ກາຍ​ເປັນ​ແບບຢ່າງ​ໃນ​ການ​ພົວ​ພັນ​ລະຫວ່າງ 2 ປະ​ເທດ.

        ທ່ານ​ເລຂາ​ພັນທະ​ມິດບັນດາ​ຫ້ອງການ​ການ​ຄ້າ​ເຂດ Emilia – Romagna, Claudio Pasini ຢືນຢັນ​ວ່າ, ການ​ພົວພັນ​ລະ​ຫວ່າງເຂດ Emilia – Romagna ກັບ​ຫວຽດນາມ ​ໄດ້​ກ​້າວ​ເຂົ້າສູ່ໜ້າ​ປະ​ຫວັດ​ສາດໃໝ່ ດ້ວຍ​ການ​ສ້າງ​ຕັ້ງ​ຫ້ອງການ​ການ​ຄ້າ​ຂອງ​ເຂດ ຢູ່​ແຂວງ​ບິ່ງ​ເຢືອງ ​ໃນ​ເດືອນ 06 ຈະ​ມາ​ເຖິງ.  

ຂ່າວ/ບົດ​ອື່ນ