ເພີ່ມທະວີການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍແລະພະນົມເປັນ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍແລະພະນົມເປັນ - ảnh 1
ທ່ານ ຮ່​ວາງ​ຈູງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຕ້ອນ​ຮັບ
 ​ຄະ​ນະ​ຜູ້​ແທນ​ຂ​ັ້ນ​ສູງ​ ​ນະ​ຄອນ​ພະ​ນົມ​ເປັນ
ພາບ:TTXVN

(vovworld)-  ວັນ​ທີ 26/12 ຢູ່ ຮ່​າ​ໂນ້ຍ, ​ທ່ານ ຮ່​ວາງ​ຈູງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ​ຂ​ັ້ນ​ສູງ​ຂອງ​ນະ​ຄອນ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ ໂດຍ​ທ່ານ Pa Socheate Vong, ເຈົ້າ​ຄອງ​ນະ​ຄອນ​ຫລວງ ພະ​ນົມ​ເປັນ ເປັນ​ຫົວ​ຫນ້າ​ຄະ​ນະ. ທ່ານ ຮ​ວ່າງ​ຈູງ​ຫາຍ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ການ​ແລກ​ປ່ຽນ​ວຽກ​ງານ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ພະ​ນົມ​ເປັນ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ໝັ້ນ​ຄົງ​ກວ່າ. ເຈົ້າ​ຄອງ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ ທ່ານ Pa Socheate Vong ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ແລະ ນະ​ຄອນ​ຫລວງ​ພະ​ນົມ​ເປັນຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດກວ່າ​ອີກ.

ແລະ​ກໍ​ໃນ​ວັນ​ທີ 26/12, ທ່ານ ຫງວຽນ​ດືກ​ຈູງ, ປະ​ທາ​ນ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງນ​ະ​ຄອນ​ຫລວງ​ພະ​ນົມ​ເປັນ


ຕອບກັບ

ຂ່າວ/ບົດ​ອື່ນ