ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ລາຊະອານາຈັກ ອັງກິດ

(VOVWORLD) - ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ໄດ້ສະເໜີໃຫ້ອົງມົງກຸດລາຊະກຸມມານ Andrew ໃນຖານະຕຳແໜ່ງຂອງຕົນປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງລາຊະອານາຈັກ ອັງກີດ ແລະ ຫວຽດນາມ ຫຼາຍກ່ວາອີກ
ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ລາຊະອານາຈັກ ອັງກິດ - ảnh 1ທ່ານ ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ (ເບື້ອງຂວາ) ແລະ ອົງມົງກຸດລາຊະກຸມມານ Andrew Albert Christian Edward

ຕອນບ່າຍວັນທີ 3 ທັນວາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບອົງມົງກຸດລາຊະກຸມມານເຂດ York  Andrew Albert Christian Edward, ຂອງສະຫະລັດ ອັງກິດ ແລະ ອຽກລັງເໜືອ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ໄດ້ສະເໜີໃຫ້ອົງມົງກຸດລາຊະກຸມມານ Andrew ໃນຖານະຕຳແໜ່ງຂອງຕົນປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງລາຊະອານາຈັກ ອັງກີດ ແລະ ຫວຽດນາມ ຫຼາຍກ່ວາອີກ. ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ຫວັງວ່າ: ລາຊະອານາຈັກ ອັງກິດ ຈະແບ່ງປັນບົດຮຽນ ແລະ ຮຽກຮ້ອງ, ສົ່ງເສີມບັນດາວິສາຫະກິດ ອັງກິດ ລົງທຶນເຂົ້ານະຄອນໂຮ່ຈີມິນ ໃນບັນດາຂົງເຂດທີ່ລາຊະອານາຈັກອັງກິດ ມີທ່າແຮງ.

        ສ່ວນອົງມົງກຸດລາຊະກຸມມານ Andrew Albert Christian Edward ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ລາຊະອານາຈັກ ອັງກິດ ແລະ ຫວຽດນາມ. ອົງມົງກຸດລາດຊະກຸມມານ Andrew ເນັ້ນໜັກວ່າ: ປີ 2018, ບໍ່ພຽງແຕ່ແມ່ນໄລຍະທາງ 45 ປີທີ່ລາຊະອານາຈັກ ອັງກິດ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນໃນການສ້າງກາລະໂອກາດຫຼາຍຢ່າງເພື່ອໃຫ້ທັງລາຊະອານາຈັກ ອັງກິດ ແລະ ຫວຽດນາມ ສ້າງບັນດາໂຄງການຮ່ວມມືແທດຈິງລະຫວ່າງສອງປະເທດ, ໃນນັ້ນມີຂົງເຂດຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງ ອັງກິດ ແລະ ນະຄອນໂຮ່ຈີມິນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ