ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ໂມຊຳບິກ - ສະວາຊີແລນ

(VOVWORLD) -ສະຖານທູດຫວຽດນາມ ປະຈຳ ໂມຊຳບິກ, ອົງການຕາງໜ້າດ້ານການຄ້າຫວຽດນາມ ປະຈຳອາຟະລິກາໃຕ້ (ທັງຮັບຜິດຊອບ ໂມຊຳບິກ ແລະ ສະວາຊີແລນ) ຫາກໍ່ສົມທົບກັບອົງການສົ່ງເສີມການສົ່ງອອກ ແລະ ລົງທຶນ ໂມຊຳບິກ (APIEX) ແລະ ສະມາຄົມບັນດາວິສາຫະກິດ ໂມຊຳບິກ (CTA) ຈັດຕັ້ງ “ການພົບປະກັບວິສາຫະກິດ ຫວຽດນາມ - ໂມຊຳບິກ 2017” ຢູ່ນະຄອນຫຼວງ Maputo. 
ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ໂມຊຳບິກ - ສະວາຊີແລນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມລາຍການ

ການເຄື່ອນໄຫວສົ່ງເສີມການຄ້າ ແລະ ການລົງທຶນ ທີ່ສຳຄັນນີ້ເພື່ອແນໃສ່ຊ່ວຍໜູນບັນດາວິສາຫະກິດ ຫວຽດນາມຢູ່ບໍລິເວນ ແລະ ພາຍໃນປະເທດເພີ່ມທະວີການເຊື່ອມຕໍ່ກັບຄູ່ຮ່ວມມືປະເທດປະຈຳຖິ່ນ ໃນບັນດາຂົງເຂດນຳເຂົ້າ - ສົ່ງອອກ, ແຮ່ທາດ, ປຸງແຕ່ງກະສິກຳ, ເຄື່ອງປ່າຂອງດົງ, ໂທລະຄົມ. ການພົບປະໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດກວ່າ 100 ແຫ່ງ, ໃນນັ້ນບັນດາວິສາຫະກິດ ຫວຽດນາມ ໄດ້ດຳເນີນທຸລະກິດຢູ່ ໂມຊຳບິກ, ບັນດາຄູ່ຮ່ວມມື ໂມຊຳບິກ.

ກ່າວຄຳເຫັນທີ່ການະພົບປະ, ທ່ານ ດ່າວແມ້ງດຶກ, ຫົວໜ້າອົງການຕາງໜ້າດ້ານການຄ້າຫວຽດນາມ ປະຈຳອາຟະລິກາໃຕ້, ຮຽກຮ້ອງໃຫ້ບັນດາວິສາຫະກິດຈົ່ງມີຄວາມກ້າຫານໃນການຊອກຮູ້ຂໍ້ມູນຂ່າວສານຂອງກັນ ແລະ ກັນໃຫ້ຫຼາຍກວ່າອີກ, ຕັ້ງໜ້າເຂົ້າຮ່ວມບັນດາຕະຫຼາດນັດ, ງານວາງສະແດງລະດັບຊາດ ແລະ ສະເພາະຂະແໜງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຜູ້ຕາງໜ້າຢູ່ບໍລິເວນເພື່ອອັບເດດນະໂຍບານເສດຖະກິດ, ການຄ້າ - ການລົງທຶນ, ພາສີອາກອນ, ອັດຕາແລກປ່ຽນເງິນຕາຕ່າງປະເທດ… ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງໃນການແລກປ່ຽນການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ