ເພີ່ມທະວີການໂຄສະນາ ກ່ຽວກັບການຄຸ້ມຄອງ ເຂດຊາຍແດນ, ອະທິປະໄຕຜືນແຜ່ນດິນ

ເພີ່ມທະວີການໂຄສະນາ ກ່ຽວກັບການຄຸ້ມຄອງ ເຂດຊາຍແດນ, ອະທິປະໄຕຜືນແຜ່ນດິນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 07 ພະຈິກ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດ້ຽນບຽນ ຈັດ​ກອງ​ປະຊຸມ​ໂຄສະນາ​ກ່ຽວກັບ​ວຽກ​ງານ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ອະທິປະ​ໄຕຜືນ​ແຜ່ນ​ດິນ. ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຄື ສະພາບ​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ພາຍຫຼັງ​ທີ່ເອກະສານນິຕິ​ກຳ​ທາງບົກ ​3 ສະບັບ​ໄດ້ຮັບ​ການ​ລົງ​ນາມລະຫວ່າງ​ຫວຽດນາມ - ຈີນ ມີ​ຜົນ​ສັກສິດ ​ແລະ ສະພາບ​ເຂດ​ຊາຍ​ແດນ, ອະທິປະ​ໄຕ​ຂອງ​ຫວຽດນາມ ກັບ ລາວ ​ແລະ ກຳປູ​ເຈຍ, ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ໃນ​​ເຂດ​ຊາຍ​ແດນ.

   ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ແອ​ງຢຸງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດຫວຽດນາມ, ຢືນຢັນ​ວ່າ ​ເລື່ອງ​ລົງ​ນາມ​ໃນ​ເອກະສານນິຕິ​ກຳ 3 ສະບັບ​ກ່ຽວ​ກັບ​ເຂດ​ຊາຍ​ແດນ ​ໄດ້​​ເຂົ້າ​ຊີວິດ​ຕົວ​ຈິງ ​ແລະ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ຂະ​ແໜງ​ທີ່​ມີໜ້າ​ທີ່​ຂອງ​ທັງ 2 ຝ່າຍ​ດຳ​ເນີນ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ຢ່າງ​ມີ​ວິທະຍາສາດ, ມີ​ປະສິດທິ​ຜົນ, ​ເປີ​ດ​ກາລະ​ໂອກາດ​ໃໝ່​​ໃຫ້​ວິ​ກິດ​ການ​ສ້າງສາ ​ແລະ ພັດທະນາ​ຢູ່​ແຕ່ລະ​ປະ​ເທດ, ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຢູ່​​ເຂດ​ຊາຍ​ແດນ 2 ປະ​ເທດ​ເປີດ​ກວ້າງ​ການ​ຮ່ວມ​ມື, ພັດທະນາ​ເສດຖະກິດ, ​ເພີ່ມ​ທະວີ​ການພົວພັນແລກປ່ຽນ​ມິດຕະພາບ, ປະກອບສ່ວນ​ຊຸກຍູ້​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ​ຕິດ​ກັບ​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ