ເພີ່ມທະວີຊຸກຍູ້ ການເຊື່ອມຕໍ່ ອາຊຽນ - ອີນເດຍ

ເພີ່ມທະວີຊຸກຍູ້ ການເຊື່ອມຕໍ່ ອາຊຽນ - ອີນເດຍ - ảnh 1
(ພາບປະກອບ)

(vovworld) - ຕາມ​ຖະ​ແຫຼ​ງຂ່າວ​ສື​່ມວນ​ຊົນ​ໃນ​ວັນ​ທີ 29/11 ຂອງ​ຄະນະ​ເລຂາ​ອາ​ຊຽນ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຫົວ​ເລື່ອງສະ​ເພາະ “ມຸ່ງ​ໄປ​ເຖິງ​ການ​ຫັນ​ການ​ເຊື່ອມ​ຕໍ່​ອາ​ຊຽນ+ : ​ເພີ່ມ​ທະວີ​ການ​​ເຊື່ອມ​ຕໍ່​ອາ​ຊຽນ - ອີນ​ເດຍ” ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 27/11 ຢູ່​ນະຄອນຫຼວງ ບາງກອກ, ປະ​ເທດ​ໄທ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ເຂົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ອີນ​ເດຍ, ຍີ່ປຸ່ນ ​ແລະ ​ພາກ​ເອກະ​ຊົນ​ທີ່​ກ່ຽວຂ້ອງ​ເຖິງ​ພາກ​ພື້ນ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ອາ​ຊຽນ - ອີນ​ເດຍ, ​ເຊິ່ງລວມທັງ​ບັນດາ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຄວາມ​ໄວ​ສູງ​ໄທ - ມຽນມາ - ອີນ​ເດຍ, ​ແລວ​ເສດຖະກິດ​​ແມ່​ຂອງ - ອີນ​ເດຍ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ​​ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສຳ​ເລັດ ​ແລະ ​ເຄື່ອນ​ໄຫວ​ບັນດາ​ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ລະຫວ່າງ​ອາ​ຊຽນ ​ແລະ ອີນ​ເດຍ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ດ້ານ​ການ​ຄ້າ 2 ຝ່າຍ. ​ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ຮຽກຮ້ອງ​ໃຫ້​ທັງ​ອາ​ຊຽນ ​ແລະ ອີນ​ເດຍ ຕ້ອງ​ມີ​ວິທີ​ສຳ​ພັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ກັບ​ບັນດ​າ​ແຫຼ່ງທຶນ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ, ພ້ອມ​ທັງ​ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ປະຕິບັດ, ຮ່ວມ​ມື​ຢ່າງ​ມີ​ປະສິດທິຜົນລະດັບຊາດ, ອະນຸພາກ​ພື້ນ ​ແລະ ພາກ​ພື້ນ​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ