ເພີ່ີມລັກສະນະເປັນເຈົ້າການ,ມີຫົວຄິດປະດິດສ້າງໃຫ້ນັກສຶກສາ

ເພີ່ີມລັກສະນະເປັນເຈົ້າການ,ມີຫົວຄິດປະດິດສ້າງໃຫ້ນັກສຶກສາ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ​ໂຕນ​ດຶກ​ຖັ໋ງ
(ພາບ: dantri.com.vn)


(vovworld) - ​​    ກ່າວ​ຄຳ​ເຫັນ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ​ໂຕນ​ດຶກ​ຖັ໋ງ, ນະຄອນ​ໂຮ່ຈິ​ມິນ, ວັນ​ທີ 6/4, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ:​ ຮູບ​ແບບການບຳລຸງ​ສ້າງ​ຂອງ​ມະຫາວິທະຍາ​ໄລ​ໂຕນ​ດຶກ​ຖັ໋ງ ຄວນ​ສືບ​ຕໍ່​ປັບປຸງ ​ເພື່ອ​ເພີ່ມ​ລັກສະນະ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ໃຫ້​ນັກ​ສຶກສາກ່ວາ​ອີກ. ນີ້​ແມ່ນ​ປັດ​ໃຈ​ທີ່​ຈຳ​ເປັນ​ເພື່ອ​​ໃຫ້ນັກ​ສຶກສາ​ເມື່ອ​ຮຽນ​ຈົບສາມາດ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຢ່າງເໝາະ​ສົມ, ຕອບ​ສະ​ໜອງ​​ຄວາມ​ຮຽກຮ້ອງຕ້ອງ​ການ, ​ຄວາມສາມາດ ທີ່ນັບ​ມື້​ນັບ​ເຄັ່ງ​ຄັດ​ ໃນ​ວິວັດ​ທີ່ຫວຽດນາມ ພວມ​​​ເຊື່ອມ​ໂຍງ​​ເຂົ້າ​ກັບເສດຖະກິດ​​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ, ​ບັນດາ​ຄູ​ອາຈານ​ຕ້ອງ​ອັບ​ເດັດ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ, ​ແລກປ່ຽນ​ບົດຮຽນ, ຮ່ວມ​ມື​ກັບ​ສາກົນ ​ແລະ ​ເປີດ​ກ້ວາງ​ການ​ຄົ້ນ​ຄ້ວາຕາມ​ທິດ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ສາມາດ​ນຳ​ຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ເຂົ້າ​ໝູນ​ໃຊ້​​ໃນພຶດຕິ​ກຳ​ຕົວ​ຈິງ​ໄດ້. ສຳລັບ​ນັກ​ສຶກສາ,​ ຄວນ​ສູ້​ຊົນ​ເພື່ອບັນລຸ​ໃຫ້​ໄດ້ 5 ຄາດໝາຍ​, ນັ້ນແມ່ນ​ທິດ​ສະ​ດີທີ່​ດີ, ພາສາ​ຕ່າງປະ​ເທດທີ່​ດີ, ທັກ​ສະປະຕິບັດ​ຕົວ​ຈິງ​ທີ່ດີ,​ ​ເຮັດ​ວຽກ​ຕາມ​ແບບ​ແຜນອຸດສາຫະກຳ,​ ມີ​ຫົວຄິ​ດປະດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ.

ຂ່າວ/ບົດ​ອື່ນ