ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ

ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ - ảnh 1
​ລາຍການ “ເພື່ອ​ປະຊາ​ຄົມ​ອາ​ຊຽນສາມັກຄີ​ແລະ​ພັດທະນາ“
(ພາບ: baochinhphu.vn)


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 48 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ (8/8/1967-8/8/2015) ​ແລະ 20 ປີ​ແຫ່ງ​ວັນ​ຫວຽດນາມ​ ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (28/7/1995-28/7/2015). ວັນ​ທີ 6/8, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ຢູ່​ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ “ເພື່ອ​ປະຊາ​ຄົມ​ອາ​ຊຽນສາມັກຄີ​ແລະ​ພັດທະນາ“. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ນີ້, ມີ​ຄວາມ​ໝາຍ​ພິ​ເສດ​ສຳລັບ​ພາກ​ພື້ນ ກໍ່​ຄື​ແຕ່ລະ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ຂອງ​ປະຊາ​ຄົມ​ອາ​ຊຽນ​ແມ່ນມຸ້ງ​ໄປ​ເຖິງ​ປະຊາຊົນ​ເປັນ​ໃຈກາງ. ລັດຖະບານ​ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ຮ່ວມ​ຂະ​ບວນການ​ກໍ່ສ້າງ ​ແລະ ພັດທະນາ​ປະຊາ​ຄົມ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ. ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ກັບ​ອາ​ຊຽນ, ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ​ໄດ້​ປະກອບສ່ວນ​ຢ່າງ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ປັບປຸງ​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ລາງວັນ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ​ຂອງ 10 ປະ​ເທດ​ອາ​ຊຽນ ຍ້ອນ​ມີ​ການ​ປະກອບສ່ວນ​ໃຫ້​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ.

ຂ່າວ/ບົດ​ອື່ນ