“ເພື່ອຫວຽດນາມແຫ່ງສີຂຽວ”: ການປູກຕົ້ນໄມ້, ພັດທະນາປ່າຊາຍເລນ ຢູ່ຊອກຈັງ
(VOVWORLD) - ໂຄງການກໍ່ເພື່ອແນໃສ່ຢັ້ງຢືນສື່ມວນຊົນສືບຕໍ່ປະກອບສວ່ນຍົກສູງຄວາມຮູ້ຂອງປະຊາຄົມກ່ຽວກັບບັນຫາປົກປັກຮັກສາສິ່ງແວດລ້ອມ, ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ຊີວິດຂອງປະຊາຊົນ.
ທ່ານ ຫງວຽນຊວັນແຄ້ງ - ຮອງເສນາທິການໃຫຍ່ ໜັງສືພິມເສດຖະກິດ ແລະ ຕົວເມືອງມອບຕົ້ນໄມ້ໃຫ້ແກ່ປະຊາຊົນ (ພາບ: VOV1) |
ໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1025 - 21/6/2025), ວັນທີ 14 ມິຖຸນາ ຢູ່ແຂວງຊອກຈັງ, ໜັງສືພິມເສດຖະກິດ ແລະ ຕົວເມືອງ, ອົງການຈັດຕັ້ງ ActionAid ສາກົນ (ActionAid ປະຈຳ ຫວຽດນາມ ແລະ ກອງທຶນໜູນຊ່ວຍໂຄງການ, ແຜນການຮັບປະກັນຊີວິດສັງຄົມ ຫວຽດນາມ ເພື່ອຈັດຂຶ້ນລາຍການ “ເພື່ອຫວຽດນາມແຫ່ງສີຂຽວ”. ປະຊາຊົນ, ນັກສຶກສາ, ອຳນາດການປົກຄອງທ້ອງຖິ່ນ ໄດ້ປູກຕົ້ນໄມ້ກວ່າ 2.000 ຕົ້ນຢູ່ເທດສະບານ ວິງເຈົາ, ແຂວງຊອກຈັງ, ປະກອບສ່ວນປົກປັກຮັກສາລະບົບນິເວດ, ພັດທະນາປ່າຊາຍເລນ, ມຸ່ງໄປເຖິງສານປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ. ການເຄື່ອນໄຫວນອນໃນຂອບເຂດຂອງບັນດາໂຄງການເພື່ອມຸ່ງໄປເຖິງການຍົກກຳລັງຄວາມສາມາດຂອງປະຊາຊົນໃນການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ໂຄງການກໍ່ເພື່ອແນໃສ່ຢັ້ງຢືນສື່ມວນຊົນສືບຕໍ່ປະກອບສວ່ນຍົກສູງຄວາມຮູ້ຂອງປະຊາຄົມກ່ຽວກັບບັນຫາປົກປັກຮັກສາສິ່ງແວດລ້ອມ, ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ຊີວິດຂອງປະຊາຊົນ.