ເຢຍລະມັນ ຮຽກຮ້ອງປັບປຸງສະພາຄວາມໝັ້ນຄົງສະຫະປະຊາຊາດ

(VOVWORLD) - ວັນທີ 27 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ຖືວ່າ:
ເຢຍລະມັນ ຮຽກຮ້ອງປັບປຸງສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1ສະພາຄວາມໝັ້ນຄົງສະຫະປະຊາຊາດ (ພາບ: THX/TTXVN)

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຕ້ອງມີຫລາຍປະເທດກຳມະການປະຈຳ ຕື່ມອີກ ເພື່ອສ່ອງແສງຄວາມເປັນລະບຽບຮຽບຮ້ອຍຂອງໂລກປັດຈຸບັນ, ພ້ອມທັງຖະແຫຼງວ່າ ເຢຍລະມັນ ຈະບໍ່ “ຫລົບຫລີກຄວາມຮັບຜິດຊອບ” ໃນການແກ້ໄຂການປະທະກັນຢູ່ທົ່ວໂລກ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ dpa ຂອງ ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ Heiko Maas ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ສະພາຄວາມໝັ້ນຄົງ - ເຊິ່ງແມ່ນອົງການມີສິດອຳນາດສູງສຸດຂອງສະຫະປະຊາຊາດ ຕ້ອງໄດ້ຮັບການປັບປຸງ ເພື່ອໃຫ້ມີຈຳນວນປະເທດກຳມະການປະຈຳຫລາຍກ່ວາຄືປັດຈຸບັນ. ທ່ານ Heiko Maas ກໍ່ຖືວ່າ: ຄວາມດຸ່ນດ່ຽງລະຫວ່າງສິດອຳນາດໃນໂລກ ຕ້ອງໄດ້ຮັບການສ່ອງແສງຢ່າງຄົບຖ້ວນກ່ວາ ເມື່ອທຽບໃສ່ກັບຈຸດເວລາປັດຈຸບັນ, ພ້ອມທັງເນັັ້ນໜັກວ່າ ເຢຍລະມັນ ຄວນຮັກສາທີ່ນັ່ງກຳມະການປະຈຳໃນສະພາຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ