ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຈີນ

ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​
ແລະ ທ່ານລັດຖະມົນຕີ​ກະຊວງ​ຕຳຫຼວດ​ຈີນ
(ພາບ: vietnamplus.vn)

 ​(vovworld) – ວັນ​ທີ 24/10, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເມິງ​ຈິງ​ຈຸ, ລັດຖະມົນຕີ​ກະຊວງ​ຕຳຫຼວດ, ຫົວໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຈີນ​ ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ ”ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຄັ້ງ​ທີ 3 ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ຕຳຫຼວດ​ຈີນ”. ນະ​ທີ່​ນີ້, ​ທ່ານ ​ເມິງ​ຈິງ​ຈຸ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ຈີນ ​​ໄດ້​ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ຈີນແມ່ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ​ແລະ ມານະ​ພະຍາຍາມ​ພ້ອມ​ກັນ​ຊຸກຍູ້​ການ​ພົວພັນ​ນັ້ນ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ສ່ວນ​ທ່ານເລຂາທິການ​ໃຫຍ່ Nguyen Phu Trong  ກໍ່​ຖື​ວ່າ, ​ເຖິງ​ວ່າ​ໄລຍະ​ຜ່ານ​ມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຈຳນວນ​ໜຶ່ງ, ​ແຕ່​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດນາມ - ຈີນ​ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ພັດທະນາ. ທ່ານ​​ເນັ້ນ​ໜັກ​ວ່າ, ທັງ​ສອງ​ປະ​ເທດ​ພຽງ​ແຕ່​ພ້ອມ​ກັນ​ມານະ​ພະຍາຍາມ, ​ເພີ່ມ​ທະວີ​ການ​ປະສານສົມທົບ, ຊາບ​ຊືມຄວາມຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ເທົ່າ​ນັ້ນ, ການ​ພົວພັນ​ຫວຽດນາມ - ຈີນ​ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຖືກຕ້ອງ​ຕາມ​ທິດ​ທີ່​ໄດ້​ກຳນົດ​ຢ່າງ​ແນ່ນອນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດອັນ​ເປັນ​ພື້ນຖານ ​ແລະ ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

       

ຂ່າວ/ບົດ​ອື່ນ