ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເລີ່ມຕົ້ນການຢ້ຽມຢາມສັນ​ຖະ​ວະ​ໄມ​ຕີ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ກ່ຽວກັບຝ່າຍ ຫວຽດນາມ, ສືບຕໍ່ຢືນຢັນຄວາມສາມັກຄີສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຊື່ສັດບໍລິສຸດ, ຄວາມໂປ່ງໃສຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ກັບພັກ, ລັດ ແລະ ປະຊາຊົນລາວ
ເລຂາທິການໃຫຍ່, ປະທານປະເທດແຫ່ງ  ສປປ ລາວ ເລີ່ມຕົ້ນການຢ້ຽມຢາມສັນ​ຖະ​ວະ​ໄມ​ຕີ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບຸນຍັງ ວໍລະຈິດ 

ຕອນເຊົ້າວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບຸນຍັງ ວໍລະຈິດ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19-21 ທັນວາ 2017, ຕາມຄຳເຊື້ອເຊີນຂອງ ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ.

        ການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ. ກ່ຽວກັບຝ່າຍ ຫວຽດນາມ, ສືບຕໍ່ຢືນຢັນຄວາມສາມັກຄີສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຊື່ສັດບໍລິສຸດ, ຄວາມໂປ່ງໃສຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ກັບພັກ, ລັດ ແລະ ປະຊາຊົນລາວ; ຢັ້ງຢືນການສະໜັບສະໜູນຢ່າງເຂັ້ມແຂງ, ຮອບດ້ານຂອງ ຫວຽດນາມ ສຳລັບພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດລາວ, ປະກອບສ່ວນໜູນຊ່ວຍເພື່ອນລາວປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ