(vovworld) – ຕອນບ່າຍວັນທີ 9/4 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານ Renato Rabelo ປະທານພັກກອມມູນິດ ບຣາຊິນ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຂອງພັກກອມມູນິດ ບຣາຊິນ ທີ່ມີຕໍ່ຂະບວນການຝ່າຍຊ້າຍ ອາເມລິກາ ລາຕີນ, ສະແດງຄວາມເຊື່ອໝັ້ນວ່າ: ໃນໄລຍະທີ່ຈະມເຖິງ, ພັກກອມມູນິດ ບຣາຊິນ ຈະຍາດໄດ້ບັນດາໄຊຊະນະ ອັນໃຫຍ່ຫຼວງກ່ວາອີກ ໃນພາລະກິດຕໍ່ສູ້ເພື່ອຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງງານ, ປະກອບສ່ວນຊຸກຍູ້ການຕໍ່ສູ່ຮ່ວມຂອງປະຊາຊົນ ບຣາຊິນ ແລະ ອາເມລິກາ ລາຕີນ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ. ສ່ວນທ່ານປະທານ ພັກກອມມູນິດ ບຣາຊິນ Renato Rabelo ໄດ້ເນັ້ນໜັກເຖິງຄວາມໝາຍທີ່ຍິ່ງໃຫຍ່ຂອງການຕໍ່ສູ່ປົດປ່ອຍຊາດເມື່ອກ່ອນນີ້ ແລະ ພາລະກິດປ່ຽນແປງໃໝ່ກ້າວຂຶ້ນສູ່ສັງຄົມນິຍົມໃນທຸກວັນນີ້ຂອງປະຊາຊົນ ຫວຽດນາມ ໂດຍພາຍໃຕ້ການນຳພາຂອງພັກ ຫວຽດນາມ. ທ່ານ Renato Rabelo ສະແດງຄວາມຫວັງຢາກຊຸກຍູ້ການພົວພັນສາມັກຄີ, ນ້ຳໃຈມິດຕະພາບ ແລະ ເປີດກ້ວາງບັນດາຂົງເຂດຮ່ວມມື 2 ຝ່າຍ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.