(VOVWORLD) - ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ, ຊຸກຍູ້ການເຄື່ອນໄຫວສົນທະນາ, ເຊື່ອມຕໍ່ການລົງທຶນ; ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ສ.ເກົາຫຼີ, ສິນຄ້າຂອງ ຫວຽດນາມ ເພື່ອເຂົ້າເຖິງຕະຫຼາດ ສ.ເກົາຫຼີ. ສອງຝ່າຍກໍຊຸກຍູ້, ຜັນຂະຫຍາຍບັນດາມາດຕະການທີ່ມີປະສິດທິຜົນ ເພື່ອປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ USD ໃນປີ 2025 ແລະ 150 ຕື້ USD ໃນປີ 2030; ສືບຕໍ່ເພີ່ມເງິນລົງທຶນໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA).
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນໃນເວທີປາໄສ
(ພາບ: VOV)
|
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ, ຕອນເຊົ້າວັນທີ 12 ສິງຫາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ເຊີອູນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ ດ້ວຍຫົວຂໍ້ “ຮ່ວມມືພັດທະນາລະບົບການຜະລິດໃນສັງກາດໃໝ່!”. ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ເພີ່ມທະວີການສົນທະນາເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ ຢູ່ ຫວຽດນາມ, ກະກຽມບັນດາເງື່ອນໄຂເພື່ອດຶງດູດນັກລົງທຶນ…
ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ, ຊຸກຍູ້ການເຄື່ອນໄຫວສົນທະນາ, ເຊື່ອມຕໍ່ການລົງທຶນ; ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ສ.ເກົາຫຼີ, ສິນຄ້າຂອງ ຫວຽດນາມ ເພື່ອເຂົ້າເຖິງຕະຫຼາດ ສ.ເກົາຫຼີ. ສອງຝ່າຍກໍຊຸກຍູ້, ຜັນຂະຫຍາຍບັນດາມາດຕະການທີ່ມີປະສິດທິຜົນ ເພື່ອປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ USD ໃນປີ 2025 ແລະ 150 ຕື້ USD ໃນປີ 2030; ສືບຕໍ່ເພີ່ມເງິນລົງທຶນໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA).
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Min Seok, ພ້ອມດ້ວຍຜູ້ແທນຂັ້ນສູງສອງປະເທດ ໄດ້ເປັນສັກຂີພິຍານ ພິທີມອບ - ຮັບບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນ ຫວຽດນາມ ໃນການພົບປະ (ພາບ: VOV) |
ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການພົບປະກັບການນຳ 17 ກຸ່ມບໍລິສັດໃຫຍ່, ແຖວໜ້າຂອງ ສ.ເກົາຫຼີ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ:
“ຫວຽດນາມ ແລະ ສ.ເກົາຫຼີ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດຮ່ວມມືໃໝ່, ເລິກເຊິ່ງກວ່າ, ຮອບດ້ານກວ່າ ແລະ ຍຸດທະສາດກວ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການເສີມສ້າງໃຫ້ກັນໃນດ້ານເສດຖະກິດ ແລະ ຄວາມຄາດຫວັງພັດທະນາແບບຍືນຍົງ, ວິສາຫະກິດສອງປະເທດຈະແມ່ນຜູ້ພາທາງນຳການພົວພັນ ຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່. ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ສ.ເກົາຫຼີ, ໃນຄຳໝັ້ນສັນຍາສ້າງສະພາບແວດລ້ອມລົງທຶນຍຸຕິທຳ, ໂປ່ງໃສ, ມີສະຖຽນລະພາບ ແລະ ສະດວກກວ່າອີກ. ພວກເຮົາພ້ອມກັນເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນຜ່ານຜ່າສິ່ງທ້າທາຍ, ພ້ອມກັນແບ່ງປັນຜົນງານພັດທະນາ ແລະ ພ້ອມກັນສ້າງສັງກາດໃໝ່ຂອງການຮ່ວມມື ຫວຽດນາມ - ສ.ເກົາຫຼີ”.
ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຊົມເຊີຍບັນດາວິສາຫະກິດ ສ.ເກົາຫຼີ ທີ່ມີບົດຮຽນປະສົບການ, ເຕັກໂນໂລຢີທີ່ກ້າວໜ້າເຂົ້າຮ່ວມວິວັດການຫັນປ່ຽນພະລັງງານ ແລະ ຫັນພື້ນຖານໂຄງລ່າງແຫ່ງຊາດຂອງ ຫວຽດນາມ ເປັນທັນສະໄໝໃນໄລຍະຈະມາເຖິງ.