ຊຸກຍູ້ການຮ່ວມມືດ້ານຄົມມະນາຄົມຂົນສົ່ງລະຫວ່າງ ຫວຽດນາມ ແລະ ຝະລັ່ງ
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງທ່າແຮງຂອງ ຝະລັ່ງ ໃນຂົງເຂດຄົມມະນາຄົມຂົນສົ່ງ.
(ພາບ:VGP/Nhat Bac ) |
ວັນທີ 21 ມີນາ, ທີ່ສຳນັກງານລັດຖະບານທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Philippe Tabarot, ລັດຖະມົນຕີຮັບຜິດຊອບຄົມມະນາຄົມ (ຂຶ້ນກັບກະຊວງຫັນປ່ຽນຊີວະພາບ, ຕິດພັນເຂດດິນແດນ ຝະລັ່ງ) ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງທ່າແຮງຂອງ ຝະລັ່ງ ໃນຂົງເຂດຄົມມະນາຄົມຂົນສົ່ງ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດຍັງຫຼວງຫຼາຍຢູ່; ທ່ານສະເໜີໃຫ້ຝ່າຍ ຝະລັ່ງ ຊຸກຍູ້ບັນດາວິສາຫະກິດ ຝະລັ່ງ ເພີ່ມທະວີການຮ່ວມມື, ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ໂດຍສເພາະແມ່ນເຂົ້າຮ່ວມໂຄງການກໍ່ສ້າງພື້ນຖານໂຄງລ່າງໃຫ່ຍ; ຊຸກຍູ້ Airbus ຮ່ວມມືພັດທະນາເສດຖະກິດການບິນ….
ໂດຍໄດ້ເຫັນດີເປັນຢ່າງສູງກັບຄຳເຫັນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານລັດຖະມົນຕີ Philippe Tabarot ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ຝະລັ່ງ Macron ໄດ້ຕີລາຄາສູງການພົວພັນກັບ ຫວຽດນາມ ແລະ ສະແດງຄວາມປາດຖະໜາ ຢາກມາຢ້ຽມຢາມ ຫວຽດນາມ ໂດຍໄວ. ທ່ານລັດຖະມົນຕີເນັ້ນໜັກວ່າ ຝະລັ່ງ ມີທ່າແຮງໃນຂົງເຂດຄົມມະນາຄົມຂົນສົ່ງ, ທ່ານຢັງຢືນວ່າ ຝ່າຍ ຝະລັ່ງ ແລະ ບັນດາວິສາຫະກິດ ຍາມໃດກໍ່ກຽມພ້ອມຮ່ວມມືກັບ ຫວຽດນາມ.