(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ສືບຕໍ່ຍູ້ໄວ ແລະ ປະຕິບັດການຫັນຂອບຮ່ວມມືຍຸດທະສາດລະຫວ່າງ WB ແລະ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.
(ພາບ: TTXVN) |
ຕອນເຊົ້າວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Mariam Sherman, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ກຳປປູເຈຍ ແລະ ລາວ, ທ່ານ ເລມິນຮວານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ປາດຖະໜາວ່າ WB ຈະສືບຕໍ່ໜູນຊ່ວຍບັນດາປະເທດພວມພັດທະນາ ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງມີປະສິດທິຜົນ.
ກ່ຽວກັບການຮ່ວມມືໃນໄລຍະທີ່ຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ສືບຕໍ່ຍູ້ໄວ ແລະ ປະຕິບັດການຫັນຂອບຮ່ວມມືຍຸດທະສາດລະຫວ່າງ WB ແລະ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານນາງ ປາດຖະໜາວ່າ ການຮ່ວມມືລະຫວ່າງຫວ່າງ WB ແລະ ຫວຽດນາມ ຈະນັບມື້ນັບບັນລຸປະສິດທິຜົນ, ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ ພ້ອມທັງຢັ້ງຢືນວ່າ WB ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ດ້ານຜູ້ຊ່ຽວຊານ, ຄົ້ນຄວ້າໃຫ້ຄຳປຶກສານະໂຍບາຍ, ໜູນຊ່ວຍພັດທະນາຄວາມສາມາດ…