ຈັດການເຄື່ອນໄຫວຫຼາຍຢ່າງເພ່ືອຕອບສະໜອງບັ້ນເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ

(VOVWORLD) - ໃນວັນທີ 22 ມີນາ, ຢູ່ ຮ່າໂນ້ຍ, ຈະຈັດພິທີຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025 ດ້ວຍຫົວຂໍ້ “ການຫັນເປັນສີຂຽວ -ອະນາຄົດສີຂຽວ” ຢູ່ເຂດໜອງ ຮ່ວານກຽມ, ຮ່າໂນ້ຍ.
ຈັດການເຄື່ອນໄຫວຫຼາຍຢ່າງເພ່ືອຕອບສະໜອງບັ້ນເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ - ảnh 1(ພາບປະກອບ: TTXVN)

        ຕອນຄ່ຳວັນທີ 22 ມີນາ, ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ ຈະຜັນຂະຫຍາຍການເຄື່ອນໄຫວຕອບສະໜອງບັ້ນເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ, ໃນນັ້ນມີເຫດການມອດໄຟ 1 ຊົ່ວໂມງ,  ແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ. ປີນີ້ແມ່ນປີທີ 16 ຫວຽດນາມ ພ້ອມກັບຫຼາຍປະເທດໃນໂລກເຂົ້າຮ່ວມຕອບສະໜອງບັ້ນເຄື່ອນໄຫວນີ້.

        ໃນບັ້ນເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກປີ 2025 ນີ້, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຢາກສົ່ງສານທີ່ວ່າ “ການຫັນເປັນສີຂຽວ -ອະນາຄົດສີຂຽວ”. ນັບແຕ່ຕົ້ນເດືອນ ມີນາ, ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຊຸກຍູ້ຂະບວນການ “ທົ່ວປວງຊົນປະຢັດພະລັງງານ, ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025”. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮ່ວາງລອງ, ໃຫ້ຮູ້ວ່າ:

        “ເຫດການຊົ່ວໂມງເພື່ອໜ່ວຍໂລກ ແມ່ນເຫດການເພື່ອໂຄສະນາ, ສົ່ງເສີມ, ສ້າງຄວາມຮູ້ໃຫ້ແກ່ປະຊາຊົນ, ວິສາຫະກິດສຳລັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ. ພວກຂ້າພະເຈົ້າຖືວ່າ, ການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນແມ່ນນະໂຍບາຍສຳຄັນທີ່ສຸດໃນການພັດທະນາພະລັງງານຢູ່ ຫວຽດນາມ. ສະນັ້ນ, ການບຸກລະດົມຂະບວນການຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ ມີຄວາມໝາຍສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບປະຊາຊົນເທົ່ານັ້ນ, ຫາກຍັງສຳລັບປະຊາຄົມວິສາຫະກິດອີກດ້ວຍ”.

        ໃນວັນທີ 22 ມີນາ, ຢູ່ ຮ່າໂນ້ຍ, ຈະຈັດພິທີຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025 ດ້ວຍຫົວຂໍ້ “ການຫັນເປັນສີຂຽວ -ອະນາຄົດສີຂຽວ” ຢູ່ເຂດໜອງ ຮ່ວານກຽມ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ