ເລຂາທິການໃຫຍ່ສປຊຊົມເຊີຍຄຳໝັ້ນສັນຍາປອດນິວເຄຼຍຂອງການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 06 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍ ຄຳໝັ້ນສັນຍາຂອງການນຳສປປ.ເກົາຫຼີ Kim Jong un ກ່ຽວກັບການປະຕິບັດການປອດນິວເຄຼຍໃນແຫຼມເກົາຫຼີ.

ເລຂາທິການໃຫຍ່ສປຊຊົມເຊີຍຄຳໝັ້ນສັນຍາປອດນິວເຄຼຍຂອງການນຳສປປ.ເກົາຫຼີ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບປະກອບ: THX/TTXVN)

ໃນຖະແຫຼງການໂດຍໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ Stephane Dujarric ຍົກອອກມາ, ທ່ານເລຂາທິການໃຫຍ່ Antonio Guterres ກໍ່ຕີລາຄາສູງເລື່ອງສ.ເກົາຫຼີ ແລະ ສປປ.ເກົາຫຼີ ສືບຕໍ່ບັນດາຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ໄກ່ເກ່ຍຕາມຖະແຫຼງການຮ່ວມ Panmunjom. ນອກນັ້ນ, ທ່ານເລຂາທິການໃຫຍ່ Antonio Guterres ໄດ້ສະແດງຄວາມຫວັງວ່າ, ກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ດຳເນີນໃນທ້າຍເກືອນກັນຍາ ນີ້ ຈະບັນລຸຄວາມຄືບໜ້າກວ່າອີກ, ມຸ່ງໄປເຖິງພື້ນຖານສັນຕິພາບ, ຄວາມໝັ້ນຄົງຍາວນານ ແລະ ປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງສິ້ນເຊິງ, ເໝາະສົມກັບບັນດມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ