ເລຂາທິການໃຫຍ່ສະຫະ ປະຊາຊາດອອກສຽງ ກ່ຽວກັບຮູບເງົາແຕະຕ້ອງເຖິງສາສະໜາ ອິດສະລາມ

ເລຂາທິການໃຫຍ່ສະຫະ ປະຊາຊາດອອກສຽງ ກ່ຽວກັບຮູບເງົາແຕະຕ້ອງເຖິງສາສະໜາ ອິດສະລາມ - ảnh 1

ຄວາມໂກດເຄືອງຂອງຊາວມຸດສະລິນຕໍ່ຮູບ​ເງົາ​​ແຕະຕ້ອງ​ເຖິງ​ສາສະໜານີ້
(ພາບ: AP)

(vovworld) - ກ່າວ​ຄວາມ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 19/9, ທ່ານເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ​ເນັ້ນ​ໜັກ​ວ່າ, ນັກ​ຜະລິດ​​ຮູບ​ເງົາແຕະຕ້ອງ​ເຖິງ​ສາສະໜາ​ອິດສະ​ລາມ, ​ກໍ່​ໃຫ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ໂລກ​ອິດສະ​ລາມ​ໃນ​ໜຶ່ງ​ກວ່າ​ສັບປະດາ​ຜ່ານ​ມາ ”​ໄດ້​ສວຍ​ໃຊ້​ສິດ​ເສລີ​ໃນ​ການປາກ​ເວົ້າ”, ​ແລະ ນີ້​ແມ່ນ ”ການ​ກະທຳ​ທີ່ໜ້າ​ອັບອາຍ”. ຮູບ​ເງົາ​ມີ​ຊື່ວ່າ ”ສານ​ພິພາກສາ Mohamed”, ​ໂດຍ​ຊາວ​ຄຮິດສ​ຕຽນຜູ້​ໜຶ່ງ​ຢູ່​ອີ​ຢີບ ທີ່​ອົບ​ພະຍົບ​ໄປ​ຍັງ​ອາ​ເມ​ລິ​ກາ ຜະລິດ, ມີ​ເນື້ອ​ໃນ​ແຕະຕ້ອງ​​ເຖິງ​ພະ​ເຈົ້າ-ຜູ້ທຳ​ນາຍ Mohamed, ລະ​ເມີດ​ເຖິງ​ສາສະໜາ​ອິດສະ​ລາມ, ສິ່ງ​ດັ່ງກ່າວ​ໄດ້​ພາ​​ໃຫ້​ເກີດການ​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ຕອນ​ບ່າຍ​ວັນ​ທີ 11/9 ຂອງ​ຊາວ​ອີ​ຢີບນັບ​ພັນ​ຄົນ​ຢູ່​ຕໍ່ໜ້າ​ສະຖານ​ທູດ​ອາ​ເມ​ລິ​ກາ​ທີ່ ​ຄາຍ​ໂຮ, ​ແລະ​ ການ​ບຸກ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ​ໃສ່​ກົງ​ສູນ​ໃຫຍ່​ອາ​ເມ​ລິ​ກາ​ ຢູ່​ນະຄອນ Benghazi, ທາງ​ທິດຕາ​ເວັນ​ອອກ​ລີ​ບີ​ໃນ​ວັນ​ດຽວ​ກັນ, ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ 4 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ ປະຈຳ​ລີ​ບີ.

 

ຂ່າວ/ບົດ​ອື່ນ