ເລຂາທິການໃຫຍ່ສະຫະປະຊາຊາດຊຸກຍູ້ສັນຕິພາບໃຫ້ແກ່ເກາະໄຊປັຣດ

(VOVWORLD) - ວັນທີ 30 ມິຖຸນາ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ໄປເຖິງ ສະວິດ ເພື່ອຊຸກຍູ້ບັນດາການເຈລະຈາຫຼັກແຫຼ່ງແນໃສ່ໂຮມເກາະ ໄຊປັຣດ ເປັນເອກະພາບຄືນໃໝ່ ພາຍຫຼັງກ່ວາ 4 ທົດສະວັດຖືກຕັດແຍກ. 

ເລຂາທິການໃຫຍ່ສະຫະປະຊາຊາດຊຸກຍູ້ສັນຕິພາບໃຫ້ແກ່ເກາະໄຊປັຣດ - ảnh 1 ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ

(ພາບ: Kyodo/TTXVN)

ແຍກ. ຄາດວ່າ, ການນຳອົງການຫຼາຍຝ່າຍໃຫຍ່ສຸດໃນໂລກນີ້ຈະເຂົ້າຮ່ວມບັນດາການເຈລະຈາຢູ່ເຂດພັກຜ່ອນຢ່ອນອາລົມ Crans – Montana ພ້ອມກັບບັນດາການນຳຂອງປະຊາຄົມຊາວ ໄຊປັຣດ ເຊື້ອຊາດ ຕວກກີ ແລະ ຊາວ ໄຊປັຣດ ເຊື້ອຊາດ ເກັຼກ. ທ່ານເລຂາທິການໃຫຍ່ Guterres ຈະຮຽກຮ້ອງບັນດາການນຳ ໄຊປັຣດ ມີບັນດາຄຳຕັດສິນ “ສຳຄັນ ແລະ ອາດຫານ” ຢູ່ໃນເຫດການທີ່ໄດ້ຮັບການຕີລາຄາວ່າແມ່ນກາລະໂອກາດດີທີ່ສຸດ ເພື່ອນຳມາເຊິ່ງພື້ນຖານສັນຕິພາບຍາວນານໃຫ້ແກ່ ໄຊປັຣດ. ວົງການເຈົ້າໜ້າທີ່ ເອີລົບ ຫວັງວ່າ: ທ່ານເລຂາທິການໃຫຍ່ ສປຊ ຈະສວມບົດບາດຕັ້ງໜ້າ, ເປັນປັດໄຈກະຕຸກຊຸກຍູ້, ສົ່ງເສີມບັນດາຝ່າຍແກ້ໄຂໜຶ່ງໃນບັນດາການປະທະກັນທີ່ແກ່ຍາວທີ່ສຸດສຸດທ້າຍຢູ່ ເອີລົບ ໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ