ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີສ.ເບລາຣຸດAlexanderLukashenko

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີສ.ເບລາຣຸດAlexanderLukashenko - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​ຕ້ອນຮັບ
​ທ່ານ​ປະທານາທິບໍດີ ​ເບ​ລາຣຸດ Alexander Lukashenko
(ພາບ: TTXVN)

(vovworld) – ຕອນ​ບ່າຍວັນ​ທີ 09/12, ຢູ່​ສຳ​ນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ​ເບ​ລາຣຸດ Alexander Lukashenko ທີ່ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ສະ​ເໜີ​ທ່ານ​ປະທານາທິບໍດີ ​ແລະ ອຳນາດ​ການ​ປົກຄອງ​ ເບ​ລາຣຸດ ສືບ​ຕໍ່​ມີ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ. ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ ເບ​ລາຣຸດ ດຳລົງ​ຊີວິດ ​ແລະ ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ, ​ເໝາະ​ສົມ​ກັບ​ກົດໝາຍ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ປະ​ເທດ​ປະຈຳ​ຖິ່ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ​ເບ​ລາຣຸດ. ຫວຽດນາມ ຕັດສິນ​ໃຈ​ສູ້​ຊົນ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນລະຫວ່າງ 2 ປະ​ເທດ​ອັນ​ດີງາມກ່ວາ​ອີກ​. ທ່ານ​ປະທານາທິບໍດີ ​ເບ​ລາຣຸດ Alexander Lukashenko ຢືນຢັນ​ວ່າ: ເບ​ລາຣຸດ ຖື ຫວຽດນາມ ​​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ບຸລິມະສິດ​ຂອງ ເບ​ລາຣຸດ ຢູ່​ພາກ​ພື້ນ ອາ​ຊີ - ປາຊີ​ຟິກ ​ແລະ ຈະ​ມານະ​ພະຍາຍາມ​ສູ້​ຊົນ ​ເພື່ອ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຫວຽດນາມ ກ່ວາ​ອີກ.

ຂ່າວ/ບົດ​ອື່ນ