ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີສ.ໄອແລນ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີສ.ໄອແລນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ
ທ່ານປະທານາທິບໍດີ Olafur Ragnar Grimsson)

(vovworld) – ຕອນ​ບ່າຍ​ວັນ​ທີ 4/11, ທີ່​ການ​ຕ້ອນຮັບ​ທ່ານ​ Olafur Ragnar Grimsson ປະທານາທິບໍດີ ສ.​ໄອ​ແລ​ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ລະຫວ່າງ ປະທານາທິບໍດີ ​ໄອ​ແລນ ​ແລະ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ກໍ​ຄື​ບັນດາ​ຂໍ້​ຕົກລົງທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ​ເພື່ອ​ແນ​ໃສ່​ພັດທະນາ​ການ​ພົວພັນ​ອັນ​ດີ​ງານ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນຟູ​ຈ້ອງ ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, 2 ຝ່າຍ​ມີ​ບັນດາ​ທ່າ​ແຮງ​ທີ່​ສາມາດ​ໜູນຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ວິວັດ​ການ​ຮ່ວມ​ມື ​ແລະ ພັດທະນາ​​ໄດ້; ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​ວ່າ: 2 ປະ​ເທດ​ຈະຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານ, ​ໃນ​ນັ້ນ​ມີ​ບັນດາ​ຂົງ​ເຂດ​ການ​ຄ້າ - ການ​ລົງທຶນ, ການສຶກສາ - ບຳລຸງ​ສ້າງ, ພະລັງງານ ​ແລະ ສິ່ງ​ແວດ​ລ້ອມ.

        ສ່ວນ​ທ່ານ​ປະທານາທິບໍດີ ​ໄອ​ແລນ Olafur Ragnar Grimsson ຕີ​ລາຄາ​ສູງ​ບັນດາ​ຜົນງານ​ສຳຄັນ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ພາ​ລະກິດ​ປ່ຽນ​ໃໝ່, ສ້າງສາ, ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ຢືນຢັນ​ວ່າ: ລັດຖະບານ ​ໄອ​ແລນ ປາດ​ຖະໜາ​ຢາກ​ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ