ເລິມດົ່ງ ກະກຽມໃຫ້ແກ່ Festival ດອກໄມ້ ດ່າລາດ ໃຫ້ມີຄວາມປອດໄພ ແລະ ປະທັບໃຈ

(VOVWORLD) -ດ້ວຍຫົວຂໍ້ “ດ່າລາດ - ນະຄອນ 4 ລະດູດອກໄມ້”, Festival ດອກໄມ້ ດ່າລາດ ຄັ້ງນີ້ຈະຈັດຂຶ້ນໃນເວລາ 2 ເດືອນ, ແຕ່ວັນທີ 01 ພະຈິກ ຮອດວັນທີ 31 ທັນວາ.
ເລິມດົ່ງ ກະກຽມໃຫ້ແກ່ Festival ດອກໄມ້ ດ່າລາດ ໃຫ້ມີຄວາມປອດໄພ ແລະ ປະທັບໃຈ - ảnh 1(ມີກວ່າ 40 ລາຍການຕອບສະໜອງກໍ່ໄດ້ຈັດຂຶ້ນຢູ່ທົ່ວທຸກແຫ່ງໃນບໍລິເວນແຂວງ)

        ເລິມດົ່ງ ເລີ່ມເຄື່ອນໄຫວກະກຽມ Festival ດອກໄມ້ ດ່າລາດ ຄັ້ງທີ 9 ປີ 2022 . ປະຈຸບັນ, ປະຊາຊົນ, ບັນດາຮາກຖານການບໍລິການທ່ອງທ່ຽວ ແລະ ອຳນາດການປົກຄອງທ້ອງຖິ່ນ ພວມຮີບເຮັ່ງກະກຽມບັນດາເງື່ອນໄຂທີ່ຈຳເປັນເພື່ອຕ້ອນຮັບແຂກທ່ອງທ່ຽວ.

        ດ້ວຍຫົວຂໍ້ “ດ່າລາດ - ນະຄອນ 4 ລະດູດອກໄມ້”, Festival ດອກໄມ້ ດ່າລາດ ຄັ້ງນີ້ຈະຈັດຂຶ້ນໃນເວລາ 2 ເດືອນ, ແຕ່ວັນທີ 01 ພະຈິກ ຮອດວັນທີ 31 ທັນວາ. ພ້ອມກັບບັນດາລາຍການຕົ້ນຕໍຈັດຂຶ້ນຢູ່ ດ່າລາດ ເປັນຕົ້ນ, ມີກວ່າ 40 ລາຍການຕອບສະໜອງກໍ່ໄດ້ຈັດຂຶ້ນຢູ່ທົ່ວທຸກແຫ່ງໃນບໍລິເວນແຂວງ. ທ່ານ ສືແທັງຮ່ວາຍ, ປະທານຄະນະກຳມະການປະຊາຊົນເມືອງ ລາກເຢືອງ, ແຂວງ ເລິມດົ່ງ, ໃຫ້ຮູ້ວ່າ:

        “ໂດຍປະຕິບັດແຜນນະໂຍບາຍຂອງຄະນະກຳມະການປະຊາຊົນແຂວງ ກ່ຽວກັບເລື່ອງທ້ອງຖິ່ນຕ່າງໆໃນແຂວງ ຕ້ອງເຂົ້າຮ່ວມລາຍການ ເພື່ອຕອບສະໜອງ Festival ດອກໄມ້ ດ່າລາດ”, ເມືອງ ລາກເຢືອງ ກໍ່ຈັດການເຄື່ອນໄຫວບາງຢ່າງເພື່ອຕອບສະໜອງ. ນັ້ນແມ່ນລະດູດອກກຸຫຼາບ ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 19 ພະຈິກ, ເມືອງ ລາກເຢືອງ ກໍ່ໄດ້ຈັດງານມະໂຫລານອາການການກິນ, ສະແດງກອງ, ຄ້ອງ…”

        ພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ບັນດາຮາກຖານການບໍລິຫານທ່ອງທ່ຽວຄື: ຮ້ານອາຫານ, ໂຮງແຮມ, ເຂດຢ້ຽມຊົມທ່ອງທ່ຽວ… ກໍໄດ້ກະກຽມບັນດາເງື່ອນໄຂທີ່ຈຳເປັນ ເພື່ອຮັບປະກັນການຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ