ເລີ່ມດຳເນີນການເຈລະຈາສັນຕິພາບກ່ຽວກັບຊີຣີ

ເລີ່ມດຳເນີນການເຈລະຈາສັນຕິພາບກ່ຽວກັບຊີຣີ - ảnh 1
ເຮືອບິນສຸ້ຮົບຂອງ ຊີຣີ
(ພາບ: PressTV)

(vovworld) – ​ການ​ເຈລະຈາ​ສັນຕິ​ພາບ​ກ່ຽວ​ກັບ​ວິວັດທະນາ​ການ​ສັນ​ຕິພາບ​ຢູ່ ຊີຣີ ​ໂດຍ ສປຊ ອຸປະຖ​ຳ ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​​ຄືນ​ໃໝ່ໃນ​ວັນ​ທີ 14/3, ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ. ​ເຖິງ​ວ່າ ການ​ເຈລະຈາ​ບໍ່​ແນ່ນອນ ​ແຕ່​ກໍ່ໄດ້​ມີ​ຄວາມ​ຫວັງ​ວ່າຈະ​ຊ່ວຍ​ຊອກ​ຫາ​ມາດ​ຕະການ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ຢ່າງນອງ​ເລືອດ ທີ່​ແກ່ຍາວ​ຕະຫຼອດ​ເວລາ 5 ປີ​ຜ່ານ​ມາ​ຢູ່ ຊີຣີ. ​ໃນ​ນັ້ນ, ຄາດ​ວ່າ​ຝ່າຍ​ຕ່າງໆ​​ຈະປຶກສາ​ຫາລື​ຄວາມ​ສາມາດ​ດຳ​ເນີນ​ການ​ເລືອ​ກຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ໃນ​ຮອບ​ເວລາ 18 ​ເດືອນ​ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ, ຄວາມ​ບໍ່​ລົງ​ລອຍ​ກັນ​ອັນ​​ໃຫຍ່​ຫຼວງ​ທີ່​ສຸດນັ້ນ​ຍັງ​ແມ່ນ​ອະນາຄົດ​ຂອງ​ທ່ານ​ປະທານາທິບໍດີ Bashar Al Assad ຢູ່. ອີກ​ເທື່ອ​ໜຶ່ງ, ອຳນາດ​ການ​ປົກຄອງ Damas ​ໄດ້ຖະ​ແຫຼ​ງປະຕິ​ເສດ​ການ​ເຈລະຈາ​ກ່ຽວ​ກັບ​ການດຳ​ເນີນ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ກ່ອນ​ກຳ​ນົ​ດ​ເວລາ ​ເພື່ອ​ແທນ​ໃຫ້​ທ່ານ​ປະທານາທິບໍດີ​ຄົນ​ປະ​ຈຸບັນ Bashar Al Assad. ​ໃນ​ຂະນະ​ນັ້ນ, ກຳມາ​ທິການ​ເຈລະຈາ​ຂັ້ນ​ສູງ (HNC), ​ເຊິ່ງລວມມີ​ຜູ້ຕາ​ງໜ້າ​ບັນດາ​ກຸ່​ມຝ່າຍ​ຄ້ານຕົ້ນຕໍ​ຂອງ ຊີຣີ ພັດ​ຮຽກຮ້ອງ​ບໍ່​​ໃຫ້​ປະທາ​ນາ​ທິບໍດີ Bashar Al Assad ບໍ່​ໄດ້​ເຂົ້າ​ຮ່ວມ​ລັດຖະບານ​ຂ້າມ​ຜ່ານ. ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງເລິກ​ເຊິ່ງດັ່ງກ່າວ​ນັ້ນ​ໄດ້, ເຮັດ​ໃຫ້ການ​ເຈລະຈາ​ຍາກ​ທີ່​ຈະ​ບັນລຸ​ບາດກ້າວ​ບຸກທະລຸ​ໄດ້.


ຂ່າວ/ບົດ​ອື່ນ