ເລີ່ມຕົ້ນການສົ່ງສົບບັນດາຜູ້ປະສົບເຄາະຮ້າຍຂອງເຫດການເຮືອບິນMH-17ຕົກກັບເມືອDonetsk

ເລີ່ມຕົ້ນການສົ່ງສົບບັນດາຜູ້ປະສົບເຄາະຮ້າຍຂອງເຫດການເຮືອບິນMH-17ຕົກກັບເມືອDonetsk - ảnh 1
(ພາບປະກອບຈາກ Reuters)

(vovworld) – ຕອນ​ບ່າຍ​ວັນ​ທີ 20/7, ກະຊວງ​ສະພາວະ​ສຸກ​ເສີນ ຢູ​ແກຼນ ​ໃຫ້​ຮູ້​ວ່າ, ບັນດາ​ພາລະກ​ອນກູ​້​ໄພ​ກູ້​ຊີບ​ໄດ້​ຊອກ​ເຫັນ​ສົບ​ຂອງ 198 ຄົນ​ໃນຈຳນວນ 298 ຄົນ​ເສຍ​ຊີວິດ​ໃນ​ຖ້ຽວ​ບິນ MH 17 ຖືກ​ຕົກ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໃນ​ວັນ​ທີ 17/7 ​ແລ​ະ ​ໄດ້​ເລີ່​ມຕົ້ນ​ການ​ສົ່ງ​ສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ນີ້​ກັບ​ເມືອ Donetsk. ບັນດາ​ພາລະ​ກອນ​ຕິດຕາມ​ກວດກາ​ຂອງ​ອົງການ​ຮ່ວມ​ມື​ສາກົນ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ເອີ​ລົບ (OSCE) ​ໄດ້​ກວດກາ​ລົດ​ໄຟ​ຂົນ​ສົ່ງ​ສົບຂອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ ກ່ອນ​ທີ່​​ເດີນທາງອອກ​ຈາກ​​ເທດສະບານ​ເມືອງ Torez, ​ບ່ອນ​ທີ່ໃກ້​ກັບ​ສະຖານ​ທີ່​ເຮືອບິນ​ຕົກ, ​ເຖິງ Donetsk. ກ່ອນ​ໜ້າ​ນັ້ນ, ຜູ້ຕາງໜ້າ​ຂອງ​ອຳນາດ​ການ​ປົກຄອງ ຢູ​ແກຼນ ​ແລະ ບັນດາ​ກຳລັງ​ທີ່​ທວງ​ໃຫ້​ຫັນ​​ເປັນ​ສະຫະພັນຢູ່ ພາກ​ຕາ​ເວັນ​ອອກ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເລື່ອງ​ຍົກຍ້າຍ​ສົບຂອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​. ພາຍຫຼັງ​​ສົ່ງ​ເຖິງ Donetsk, ສົບຂອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍຈະ​ໄດ້​ມອບ​ສົ່ງ​ໃຫ້​ນັກ​ຊ່ຽວຊານ​ນິຕິ​​ເວດ.


ຂ່າວ/ບົດ​ອື່ນ