ເລີ່ມລົງມືກໍ່ສ້າງອະນຸ ສອນສະຖານປະທານ ໂຮ່ຈິມິນຢູ່ບາວີ່-ຮ່າໂນ້ຍ


ເລີ່ມລົງມືກໍ່ສ້າງອະນຸ ສອນສະຖານປະທານ ໂຮ່ຈິມິນຢູ່ບາວີ່-ຮ່າໂນ້ຍ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກກ່າວ​ຄຳ​ເຫັນ​ທີ່​ພິທີ

(ພາບ: Doãn Tấn – TTXVN)

 (vovworld)- ຕອນ​ເຊົ້າວັນ​ທີ 17/3, ຢູ່​ເຂດ​ປູ​ສະ​ນີຍະສະ​ຖານ K9 ດ່າ​ຈົງ-​​ເມືອ​ຝບາ​ວີ່-ນະຄອນຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ອອກ​ຄຳ​ສັ່ງ​ເລີ່​ມລົງມື​ກໍ່ສ້າງ​ອະ​ນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ. ທ່ານ​ຮອງ​ນາຍົກລັດຖະ ມົນຕີຫງວຽນຊວນ​ຟຸກ ​ເນັ້ນນັກ​ວ່າ, ນີ້​ແມ່ນ​ກິດຈະກຳ​ຈຸດ​ສຸມ​ຮັບ​ໃຊ້​ໂຄງການ​ເປີດ​ກ້ວາງ​ທັດສະນີ​ຍະ​ພາບ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ໝາຍດ້ານ​ການ​ເມືອງ, ປະຫວັດ ສາດ, ວັດທະນະທຳ​ຂອງ​ເຂດ​ປູ່ສະ​ນີຍະສະ​ຖານ. ຫວົໜ່ວຍ​ດຳ​ເນີນ​ກໍ່ສ້າງ​ກິດຈະກຳ​ຕ້ອງ​ລົງທຶນ​ກຳລັງ​ເຮື່ອ​ແຮງ, ພູມ​ປັນຍາ, ຄວາມ​ຮັບຜິດຊອບ​ເພື່ອ​ກໍ່ສ້າງ​ກິດ​ຈະ​ກຳ​ຮັບປະກັນ​ຄຸນ​ນະພາ​ບ, ​ເປີດ​ສະຫຼອງ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈິ​ມິນ (19/5/2015).

   ເຂດ​ປູ​ສະ​ນີຍະສະ​ຖານ K9 ມີ​ຄວາມ​ໝາຍ​ພິ​ເສດ​ດ້ານ​ປະຫວັດສາດ ​ແລະ ວັດທະນະທຳ ຊື່​ງ​ແມ່ນ​ແຫ່ງ​ທີ່​ປະທານ​ໂຮ່ຈິ​ມິນ ​ແລະ ບັນດາ​ການ​ນຳ​ສູນ​ກາງ​ໄດ້​ເຮັດ​ວຽກ​ໃນ​ໄລຍະ​ສົງຄາມ​ຕ້ານ​ອາ​ເມ​ລິ​ກາ, ​ແມ່ນ​ແຫ່ງ​ທີ່ປະທານ​ໂຮ່ຈິ​ມິນ ຕ້ອນຮັບ​ເພື່ອ​ນມິດສາ​ກົນ./.

 

ຂ່າວ/ບົດ​ອື່ນ