ເລີ່ມເຄື່ອນໄຫວໄລຍະຮ່ວມມືຫວຽດນາມ-ຕາເວັນອອກກາງ,ອາບຟຣີກາເໜືອ ໃນລະດັບສູງໃໝ່

ເລີ່ມເຄື່ອນໄຫວໄລຍະຮ່ວມມືຫວຽດນາມ-ຕາເວັນອອກກາງ,ອາບຟຣີກາເໜືອ ໃນລະດັບສູງໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: VGP/Nhật Bắc)

(vovworld) – ​​​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ ​​ໄດ້​ຖືກໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4/11 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ເວທີ​ປາ​ໄສ​ມີ​ຂອບ​ຂະໜາດ​ໃຫຍ່​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ ​ແລະ ບັນດາ​ບາດກ້າວ​ບຸກທະລຸ​ໃໝ່, ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ ຫວຽດນາມ ກັບ​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ​ພັດທະນາ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ.

        ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນ​ຕີຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ພຸມ​ສາດ, ຫວຽດນາ ​ແລະ ບັນດາ​ປະ​ເທດຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ ​ໄດ້​ມີ​ສາຍ​ພົວພັນ​ຮ່ວມ​ມື ​ແລະ ນຳ​້​ໃຈ​ມິດຕະພາບ​ມາ​ແຕ່​ດົນ​ນານ, ພ້ອມ​ກັນ​ແບ່ງ​ປັນ​ຄວາມ​ຫວັງ​ມີ​ສັນຕິພາບ - ​ເອກະລາດ, ອິດສະຫຼະພາບ​ ​ແລະ ພັດທະນາ, ພ້ອມ​ກັນ​ຊ່ວຍ​ເຫຼືອ​ກັນ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ເມື່ອ​ກ່ອນ​ນີ້ ກໍ່​ຄື​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນ​ຕີຫວຽດນາມ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ:

        “ສະຕະວັດ​ທີ 21, ດ້ວຍ​ບັນດາ​ຜົນງານ​ທາງ​ດ້ານ​ວິທະຍາສາດ, ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ການ​ເພີ່ມ​ທະວີ​ການ​ຮ່ວມ​ສຳຄັນ​ດ້ານ​ເສດຖະກິດ ລະຫວ່າງ​ບັນດາ​ປະ​ເທດ, ພາກ​ພື້ນ ​ແລະ ທົ່ວ​ໂລກ ​ໄດ້​ສ້າງ​ກາລະ​ໂອກາດ​ພັດທະນາ​ໃໝ່​ທີ່​​ໃຫຍ່​ຫຼວງ​ໃຫ້​ແກ່​ມວນ​ມະນູ​ດ, ​ແຕ່​ຍັງ​ມີ​ຫຼາຍ​ພາກ​ພື້ນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພ​ອຶດຫິວ​ທຸກ​ຍາກ, ການ​ພິພາດ​ກັນ, ປະ​ທະ​ກັນ ​ແລະ ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ​ໄພ​ທຳ​ມະ​ຊາດ, ສະພາບ​ມົນ​ລະ​ພິດ​ສິ່ງ​ແວດລ້ອມ, ​ສະພາບ​ໂລກລະບາດ.​.​.​ ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນັ້ນ​ໄດ້​ພາ​ໄປ​ເຖິງ​ການ​ຂາດ​ສະຖຽນ​ລະ​ພາບ​ທາງ​ສັງຄົມ​ຢູ່​ບາງ​ປະ​ເທດ. ດັ່ງ​ນັ້ນ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ເພື່ອ​ກໍ່ສ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ຈຸດໝາຍ​ຮ່ວມ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ມິດຕະພາບ ​ແລະ ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຢືນ​ຍົງ.”

        ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ກັບ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Algeria ປະຈຳ​ຫວຽດນາມ Cherif Chikhi ຢັ້ງຢືນ​ວ່າ:

    “​ແຜນການ 5 ປີ​ຂອງ Algeria 2010 – 2014 ​ແມ່ນ​ຫັນ​ພື້ນຖານ​ເສດຖະກິດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ລວມທັງ​ແຜນການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທັນ​ສະ​ໄໝ. ​ໂຄງການ​ເສັ້ນທາງ​ຄວາມ​ໄວ​ສູງທີ່​ເຊື່ອມ​ຕໍ່​ທິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ຂອງ Algeria ມີ​ຄວາມ​ຍາວ 1.200 ກມ ຈະ​ກໍ່ສ້າງ​ສຳ​ເລັດ​ໂດຍ​ໄວ ​ແລະ ປະຈຸ​ບັນ,ມີ​ນັກ​ຊ່ຽວຊານ​ຫວຽດນາມ ຫຼາຍ​ຄົນ​ພວມ​ເຂົ້າ​ຮ່ວມ​ໂຄງການ​ນີ້. ປະຈຸ​ບັນ, ມູນ​ຄ່າ​ແລກປ່ຽນການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ Algeria ຍັງ​ຕຳ່​ຢູ່, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ ​ແລະ ຍົກ​ສູງ​ວົງ​ເງິນ​ການ​ຄ້າ. ຜ່ານ​ເວທີ​ປາ​ໄວ​ນີ້, ຂ້າພະ​ເຈົ້າ​ຖື​ວ່າ​ອາດ​ຈະ​ສ້າງ​ກາລະ​ໂອກາດ​ຫຼາຍຢ່າງ​ໃຫ້​ແກ່​ວິ​ສາ​ຫະກິດ 2 ຝ່າຍ

    ຢູ່​ນອກ​ເວທີ​ປາ​ໄສ, ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ວິ​ສາ​ຫະກິດ​ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ.

 

ຂ່າວ/ບົດ​ອື່ນ