ເລື່ອງທ່ານປະທານປະເທດ ຫວຽດນາມ ໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ

(VOVWORLD) - ຄາດວ່າ, ທ່ານປະທານປະເທດ ໂຕເລິມ ຈະພົບປະເຈລະຈາ, ແລກປ່ຽນຄຳເຫັນ ແລະ ພົບປະກັບການນຳຂັ້ນສູງຂອງ ລາວ ແລະ ກຳປູເຈຍ ທັງໝົດ.
ເລື່ອງທ່ານປະທານປະເທດ ຫວຽດນາມ ໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ
(ພາບ: TTXVN)

        ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni, ແຫ່ງລາຊະອານາຈັກ ກຳປູເຈຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 11 – 13 ກໍລະກົດ.

ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ແລ້ວ, ນີ້ແມ່ນການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ ນັບແຕ່ເມື່ອຮັບດຳລົງຕຳແໜ່ງປະທານປະເທດ. ເລື່ອງທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຄັ້ງນີ້ ມີຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງສານສຳຄັນທີ່ສຸດ, ນັ້ນແມ່ນ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ແລະ ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ. ໃນການຢ້ຽມຢາມ, ຄາດວ່າ, ທ່ານປະທານປະເທດ ໂຕເລິມ ຈະພົບປະເຈລະຈາ, ແລກປ່ຽນຄຳເຫັນ ແລະ ພົບປະກັບການນຳຂັ້ນສູງຂອງ ລາວ ແລະ ກຳປູເຈຍ ທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ