ເວທີປາໃສເຄື່ອງໝາຍການຄ້າຫວຽດນາມ2013

 ເວທີປາໃສເຄື່ອງໝາຍການຄ້າຫວຽດນາມ2013 - ảnh 1
​ເວທີ​ປາ​ໄສ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ 2013
ພາບ:internet


(vovworld)-​​ ວັນ​ທີ 12/6, ​ຢູ່​ຮ່າ​ໂນ້ຍ, ໃນຂອບ​ເຂດ​ໂຄງການ​ເຄື່ອງໝາຍ​ການ​ຄ້າແຫ່ງ​ຊາດ​ປີ 2013, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ສົມທົບ​ກັບ​ສຳນັກ​ຂ່າວສານ​ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ 2013. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ເວທີປາໄສ ລ້ວນ​ແຕ່​ຖື​ວ່າ: ​ໂຄງການ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ຄວນ​ກຳນົດ​ທິດ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ຂອງ​ເຂດ, ພາກ. ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ​ພັດທະນ​າ​ເສດຖະກິດ, ຍູ້​ແຮງ​ການຈຳຫນ່າຍ​ຜະລິດ​ຕະພັນ​ຂອງ​ທ້ອງ​ຖິ່ນ. ກ່ຽວ​ກັບ​ທິດ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ, ທ່ານ ຫງວຽນ​ດັງ​ດ້າວ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ, ສັງກັດ​ກະຊວງ​ຊັບພະຍາ​ກອນ ສິ່ງ​ແວ​ດລ້ອມ​ຖື​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ,ການ​ສ້າງ​ເຄ່ືອງໝາຍ​ທະ​ເລ​ຫວຽດນາມ ຕ້ອງ​ນອນ​ໃນ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ​ແລະ ​ແມ່ນ​ພາກສ່ວນ​ຫນຶ່ງ​ສຳຄັນ​ໃນ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ. ຢາ​ກພັດທະນາ​ຢ່າງ​ແຂງ​ແຮງ, ພວກ​ເຮົາ​ຕ້ອງ​ເຕົ້າ​ໂຮມ​ໄດ້ 3 ປັດ​ໃຈຄື: ພັດທະນາ​ທະ​ເລ, ກຳລັງ​ຄວາມ​ສາມາດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທະ​ເລ​ຢ່າງ​ແຮງ ​ແລະ ສ້າງ​ອົງການ​ຄຸ້ມ​ຄອງ​​ແຫ່ງ​ລັດ​ສັງ​ລວມກ່ຽວ​ກັບ​ທະ​ເລ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ນີ້.”

 

ຂ່າວ/ບົດ​ອື່ນ