ເວທີປາໄສເສດຖະກິດ - ການຄ້າ ຫວຽດນາມ - ຈີນ

ເວທີປາໄສເສດຖະກິດ - ການຄ້າ ຫວຽດນາມ - ຈີນ - ảnh 1
(ພາບປະກອບ)

(vovworld) -     ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ຈີນ 2012, ວັນ​ທີ 18/11, ຢູ່​ນະຄອນຫຼິວ​ເຈົ່າ, ​ແຂວງກວາງຊີ, ປະ​ເທດ​ຈີນ, ​ເວທີ​ປາ​ໄສເສດຖະກິດ - ການ​ຄ້າ ຫວຽດນາມ - ຈີນ ຖືກ​ໄຂ​ຂຶ້ນ​ດ້ວຍ​ການ​ເຂົ້າ​ຮ່ວມ​​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ຈີນ ​ເກືອບ 300 ​ແຫ່ງ. ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ຮອງ​​ເຈົ້າ​ຄອງນະຄອນຫຼິວ​ເຈົ່າ , ທ່ານ ຊຽວ​ເຢົາ​ກວາງ ​​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື ​ແລະ ພັດທະນາ “ 2 ​ແລວ​ເສດຖະກິດ, ຊ່ອງ​ເສດຖະກິດດຽວ” ຫວຽດນາມ - ຈີ​ນ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ ວິ​ສາ​ຫະກິດ 2 ປະ​ເທດ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດຄື; ພື້ນຖານ​ໂຄງ​ລ່າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສະບຽງ​ອາຫານ, ການ​ສຶກສາ​ບຳລຸງ​ສ້າງ, ການທ່ອງທ່ຽວ… ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສສ ຫວຽດນາມ ປະຈຳ​ຈີນ Nguyen Van Tho ​​ແບ່ງປັນ​ວ່າ; ​ເວທີ​ປາ​ໄສເສດຖະກິດ - ການ​ຄ້າ ຫວຽດນາມ - ຈີນ ຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ທີ່​ມີ​ຄວາມ​ໝາຍ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​​ເພີ່ມທະວີ​ການ​ເຊື່ອມ​ຕໍ່, ​ເປີດ​ກວ້າງ​ການ​ຮ່ວມ​ມື, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ກວ່າ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມມືດ້ານ​ການ​ຄ້າ ການ​ລົງທຶນ​ລະຫວ່າງ​ສ​ອງປະ​ເທດຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ຄົມມະນາຄົມ​ຂົງສົ່ງ, ອຸດສາຫະກຳ​ການ​ຜະລິດ, ການ​ບໍລິການ​ສຳຮອງ​ໃຫ້​ແກ່​ການ​ພັດທະນາ “2 ​ແລວ​ເສດຖະກິດ, ຊ່ອງ​ເສດຖະກິດດຽວ”.

ຂ່າວ/ບົດ​ອື່ນ