ເວທີປາໄສເສດຖະກິດ ທະເລ ຫວຽດນາມ ຄັ້ງທີ 3

ເວທີປາໄສເສດຖະກິດ ທະເລ ຫວຽດນາມ ຄັ້ງທີ 3 - ảnh 1
ພາບປະກອບ

(vovworld) - ​ໂດຍ​ນອນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ປີ 2012, ວັນ​ທີ 8/6, ຢູ່​ນະຄອນ ຫວູງ​ເຕົ່າ, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ເສດຖະກິດ​ທະ​ເລ​ຫວຽດນາມ ຄັ້ງ​ທີ 3 ດ້ວຍ​ຫົວ​ຂ້ໍ​ວ່າ​ “ວາງ​ແຜນ​ກຳນົດ​ສັງ​ລວມ​ພັດທະນາ​ເສດຖະກິດ​ທະ​ເລ: ບົດຮຽນ​ຈາກສາກົນ ​ແລະ ພຶດຕິ​ກຳ​ຕົວ​ຈິງ ຢູ່​ຫວຽດນາມ”. ກ່າວ​ຄ​ຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຊັບພະຍາກ​ກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ Chu Pham Ngoc Hien ​ເນັ້ນ​ໜັກ​ວ່າ: ​ເສດຖະກິດ​ທະ​ເລ​ສວມ​ບົດບາດ​ສຳຄັນ​​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ​ແມ່ນພາກສ່ວນ​ທີ່​ສຳຄັນ​ຍິ່ງ ​ໃນ​ການ​ກຳນົດ​ທິດ​ຂອງ​ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ ຮອດປີ 2020 ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະການ​​ເປັນແກ່ນສານ ​ເພື່ອ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ, ຮັ່ງມີ​​ເຂັ້ມ​ແຂງຈາກ​ທະ​ເລ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກໍ ຮັບ​ຮູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ທະ​ເລ​ສຳລັບ​ການ​ພັດທະນາ​​ແມ່ນຍັງ​ໃຫຍ່​ຫຼວງ​ຢູ່. ​ເລື່ອງ​ຈັດ​ຕັ້ງ​ວາງ​ແຜນ​ກຳນົດ​ສັງ​ລວມ ​ແມ່ນ​ບັນຫາ​ທັງ​ຮີບ​ດ່ວນ, ທັງ ຍາວ​ນານ ​ແລະ ນີ້​ກໍ​ແມ່ນ​ບັນຫາ​ຍັງ​ໃໝ່​ອ່ຽມຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ