ເວທີປາໄສແມ່ຍິງ ຫວຽດນາມ- ສເກົາຫລີ ປີ 2013
(vovworld)- ນີ້ແມ່ນເວທີປາໄສ ໂດຍສະຫະພັນແມ່ຍິງ ຫວຽດນາມ ແລະ ສະຖາບັນພັດທະນາແມ່ຍິງ ສເກົາຫລີ ເປັນຄັ້ງທຳອິດຈັດຕັ້ງຂຶ້ນ ໃນວັນທີ 15/11 ຢູ່ ຮ່າໂນ້ຍ.
ເວທີປາໄສແມ່ຍິງ ຫວຽດນາມ- ສເກົາຫລີ ປີ 2013
photo:nhandan.com.vn
|
ທີ່ເວທີປາໄສຄັ້ງນີ້, ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນຂອງແຕ່ລະປະເທດໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດຍິງ, ສອນວິຊາຊີບ ແລະ ແນະນຳວຽກເຮັດງານທຳໃຫ້ແກ່ແມ່ຍິງ. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບກາລະໂອກາດຮ່ວມມືໃນບັນດາບັນຫາແມ່ຍິງ ແລະ ກຳນົດບັນດາເນື້ອໃນໃຫ້ແກ່ເວທີປາໄສຄັ້ງທີ 2 ຈັດຂຶ້ນຢູ່ ສເກົາຫລີ ເພື່ອຊຸກຍູ້ຄວາມກ້າວຫນ້າ ແລະ ຄວາມສະເຫມີພາບລະຫວ່າງຍິງຊາຍ ຂອງແມ່ຍິງສອງປະເທດ. ໃນໂອກາດນີ້ ສະຫະພັນແມ່ຍິງຫວຽດນາມ ແລະ ສະຖາບັນພັດທະນາແມ່ຍິງ ສເກົາຫລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດ.