(VOVWORLD) - ການນຳ 2 ທ່ານໄດ້ເຫັນດີຊອກຫາວິທີການໃໝ່, ບຸກທະລຸ ເພື່ອຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ
(ທີ່ການໂອ້ລົມເຈລະຈາ) |
ຕອນບ່າຍວັນທີ 24 ເມສາ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານພິທີຕ້ອນຮັບການຢ້ຽມຢາມທາງລັດຖະກິດທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ
ທີ່ການໂອ້ລົມເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີຊອກຫາວິທີການໃໝ່, ບຸກທະລຸ ເພື່ອຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ; ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ສູ້ຊົນນຳວົງເງິນການຄ້າ 2 ຝ່າຍຂຶ້ນເປັນ 5 ຕື້ USD ໃນຊຸມປີຈະມາເຖິງ. ພ້ອມກັນນັ້ນ, ຍູ້ແຮງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ໃຫ້ບຸລິມະສິດໜູນຊ່ວຍ ລາວ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນຢູ່ເຂດຊາຍແດນ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ການນຳ 2 ທ່ານໄດ້ເຫັນດີສົມທົບກັນຢ່າງແຮງ, ສະໜັບສະໜູນເຊິ່ງກັນໃຫ້ມີປະສິດທິຜົນ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ, ບັນດາກົນໄກຮ່ວມມືສາກົນອື່ນໆ; ເພີ່ມທະວີການຮ່ວມມືເຊິ່ງກັນແລະກັນ ແລະ ກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ພັດທະນາ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ; ໃຫ້ຄຳໝັ້ນສັນຍາສົມທົບກັນຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ທີ່ການພົບປະຄັ້ງທີ 3 ລະຫວ່າງການນຳຂອງ 3 ພັກ ຫວຽດນາມ - ລາວ - ກຳປູເຈຍ (ວັນທີ 22 ກຸມພາ 2025) ຢ່າງມີປະສິດທິຜົນ.
(ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບ) |
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ປະກາດຂໍ້ຕົກລົງຂອງ ຫວຽດນາມ ວ່າດ້ວຍການມອບກິດຈະກຳໂຮງໝໍຂັ້ນເມືອງຢູ່ແຂວງ ວຽງຈັນ ທີ່ມີມູນຄ່າ 3 ລ້ານ USD ໃຫ້ລັດ ແລະ ປະຊາຊົນ ລາວ.
ພາຍຫຼັງການໂອ້ລົມເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບ.
ຕອນຄ່ຳວັນດຽວກັນ, ກ່ອນທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານຈັດງານລ້ຽງຕ້ອນຮັບຢ່າງສົມກຽດ, ການນຳ 2 ທ່ານໄດ້ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ.