ເສີມຂະຫຍາຍຄຸນຄ່າວັດທະນະທຳໂຮ່ຈີມິນ, ຮັກສາມໍລະດົກໂຮ່ຈີມິນ

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເຫນີ ແຂວງ ເງ້ອານ ເອົາໃຈໃສ່ການປົກປັກຮັກສາ, ເຊີດຊູ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳໂຮ່ຈີມິນ
ເສີມຂະຫຍາຍຄຸນຄ່າວັດທະນະທຳໂຮ່ຈີມິນ, ຮັກສາມໍລະດົກໂຮ່ຈີມິນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕັດແຖບຜ້າເປີດສະຫລອງຫໍອະນຸສອນສະຖານປະທານໂຮ່ຈີມິນ. (ພາບ: TTXVN)

ຕອນເຊົ້າວັນທີ 12 ທັນວາ ຢູ່ ເຂດປູຊະນີຍະສະຖານ ກີມລຽນ, ຕາແສງ ກີມລຽນ ເມືອງ ນາມດານ ແຂວງ ເງ້ອານ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 60 ປີແຫ່ງວັນລຸງໂຮ່ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຄັ້ງທີ 2 ແລະ ເປີດສະຫລອງຫໍອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນເຂດປູຊະນີຍະສະຖານ.

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເຫນີ ແຂວງ ເງ້ອານ ເອົາໃຈໃສ່ການປົກປັກຮັກສາ, ເຊີດຊູ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳໂຮ່ຈີມິນ, ໃນນັ້ນ ມີເຂດ ປູຊະນີຍະສະຖານ ກີມລຽນ ແລະ ຫໍອະນຸສອນສະຖານປະທານໂຮ່ຈີມິນ. ນີ້ແມ່ນສະຖານທີ່ເພື່ອແນໃສ່ຮັກສາ, ເສີມຂະຫຍາຍບັນດາມໍລະດົກໂຮ່ຈີມິນ ເພື່ອສຶກສາມູນເຊື້ອປະຕິວັດ, ສຶກສາແນວຄິດ ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ ເປັນຕົ້ນແມ່ນລຸ້ນຫນຸ່ມປະຈຸບັນ ແລະ ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ