ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ສຳລັບ 11 ກິດຈະກຳ ໄດ້ຮັບລາງວັນໃນມື້ນີ້, ພວກຂ້າພະເຈົ້າຫວັງວ່າ ບັນດາແນວຄວາມຄິດຈະໄດ້ຮັບການ ຄົ້ນຄ້ວາ, ພິຈາລະນະຈາກບັນດາອົງການມີໜ້າທີ່ຮັບຜິດຊອບຂອງກະຊວງຊັບພະຍາກອນສິ່ງແວດລ້ອມ
 
ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ບັນດາຜູ້ໄດ້ຮັບລາງວັນທີ ລາຍການ

ຕອນບ່າຍວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງການມອບລາງວັນການເສັງສ້າງແນວຄວາມຄິດ, ແຜນຮ່າງຊາວໜຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ປີ 2017.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແອງຕ໋ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເນັ້ນໜັກວ່າ:

        “ສຳລັບ 11 ກິດຈະກຳ ໄດ້ຮັບລາງວັນໃນມື້ນີ້, ພວກຂ້າພະເຈົ້າຫວັງວ່າ ບັນດາແນວຄວາມຄິດຈະໄດ້ຮັບການ ຄົ້ນຄ້ວາ, ພິຈາລະນະຈາກບັນດາອົງການມີໜ້າທີ່ຮັບຜິດຊອບຂອງກະຊວງຊັບພະຍາກອນສິ່ງແວດລ້ອມ, ພິເສດແມ່ນບັນດາທ້ອງຖິ່ນ ເພື່ອຜັນຂະຫຍາຍໃນສະພາບຕົວຈິງໂດຍໄວ. ແລະ ພວກຂ້າພະເຈົ້າຫວັງວ່າ ໃນຊຸມປີຈະມາເຖິງ, ການເສັງຈະສ້າງກຳລັງແຜ່ຂະຫຍາຍ, ເພື່ອມີຫຼາຍກິດຈະກຳມີປະສິດທິຜົນກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ