ເຫດການBrexitບໍ່ທັນສົ່ງຜົນສະທ້ອນເຖິງຕະຫຼາດການເງິນຫວຽດນາມ

ເຫດການBrexitບໍ່ທັນສົ່ງຜົນສະທ້ອນເຖິງຕະຫຼາດການເງິນຫວຽດນາມ - ảnh 1
ພາບປະກອບ

(vovworld) – ​ເຫດການອັງກິດ ຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ (ອີ​ຢູ) (ຫຼື​ຍັງ​ເອີ້ນ​ວ່າ Brexit) ບໍ່​ທັນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຕະຫຼາດ​ການ​ເງິນ ຫວຽດນາມ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ການ​ນຳ​ກະຊວງ​ການ​ເງິນ​ຢູ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 2/7 ຢູ່ ຮ່າ​ໂນ້ຍ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ການ​ເງິນ - ງົບປະມານ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ.

        ​ເມື່ອ​ຕອບ​ຄ​ຳຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ ອັງກິດ ຖອນ​ອອກ​ຈາກ ອີ​ຢູ ມີ​ຜົນ​ສະທ້ອນ​ແນວ​ໃດ​ເຖິງ​ສະພາບ​ໜິ້ີ້ສາ​ທາລະນະ​ຂອງ ຫວຽດນາມ, ທ່ານ ຫວໍ​ຫືວຫຽນ, ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ໜີ້ ​ແລະ ການ​ເງິນ​ຕ່າງປະ​ເທດ, ກະຊວງ​ການ​ເງິນ​ໃຫ້​ຮູ້​ວ່າ: ​ເຫດການ​ນີ້​ເຮັດ​ໃຫ້​ເງິນ​ປອນ​ຖືກ​ຕົກລາຄາ 8%. ​ເຮັດ​ໃຫ້​​ເງິນ​ຢວນຫລຸດ​ລາຄາ, ​ໃນ​ຂະນະ​ທີ່​ເງິນ ​ເຢັນ ​ເພີ່ມ​ລາຄາ. ​ໃນ​ໂຄງ​ປະກອບ​ການ​ໜີ້​ສາທາລະນະ​ຂອງ ຫວຽດນາມ, ໜີ້​ລັດຖະບານ​ດ້ວຍ​ເງິນ​ດົ່ງກວມ 55%, ​ເງິນ​ເຢັນກວມ 13%, ​ເງິນ USD ກວມ 16%. ​ໃນ​ສະພາບ​ການ​ນັ້ນ, ທະນາຄານ​ແຫ່ງ​ລັດ ​ໄດ້​ດັດ​ປັບ​ອັດ​ຕາ​ໃຫ້​ເໝາະ​ສົມ.


ຂ່າວ/ບົດ​ອື່ນ