ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ: ອາເມລິກາ, ຍີ່ປຸ່ນສົມທົບກັນບັງຄັບໃຫ້ສປປ.ເກົາຫຼີ ປ່ຽນແປງນະໂຍບາຍ

(VOVWORLD) -ວັນທີ 03 ກັນຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບເປັນຄັ້ງທີ 3, ນັບແຕ່ເມື່ອສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງຍີ່ປຸ່ນ.

ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ: ອາເມລິກາ, ຍີ່ປຸ່ນສົມທົບກັນບັງຄັບໃຫ້ສປປ.ເກົາຫຼີ ປ່ຽນແປງນະໂຍບາຍ - ảnh 1 ສປປ.ເກົາຫຼີ ຍິງລູກສອນໄຟ

(ພາບປະກອບ: AFP)

ທີ່ການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ເຫັນດີນຳກັນກ່ຽວກັບເລື່ອງ ຕ້ອງເພີ່ມທະວີຄວາມກົດດັ່ນຕໍ່ສປປ.ເກົາຫຼີ, ບັງຄັບໃຫ້ປະເທດນີ້ຕ້ອງປ່ຽນແປງນະໂຍບາຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ, 2 ຝ່າຍໄດ້ມີຄວາມເຫັນດີນຳກັນໂດຍຖືວ່າ ຕ້ອງຮ່ວມມືກັນ ກໍຄືສົມທົບກັບສ.ເກົາຫຼີ ແລະ ປະຊາຄົມສາກົນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມຄວາມກົດດັ່ນ ບັງຄັບໃຫ້ສປປ.ເກົາຫຼີ ປ່ຽນແປງນະໂຍບາຍ. ໃນຂະນະນັ້ນ, ທຳນຽບຂາວ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮ່ວມມືລະຫວ່າງອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຢ່າງແໜ້ນແຟ້ນ, ໃນສະພາບໄພນາບຂູ່ຈາກຝ່າຍສປປ.ເກົາຫຼີ ນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ