ເຫດບຸກໂຈມຕີວິທະຍາຄານການທະຫານຢູ່ ຊີຣີ: ມີຜູ້ເສຍຊີວິດຢ່າງໜ້ອຍ ສຸດ 100 ຄົນ

(VOVWORLD) - ມີສາມັນຊົນ ແລະ ນາຍທະຫານຫຼາຍຄົນໄດ້ເສຍຊີວິດໃນເຫດບຸກໂຈມຕີດັ່ງງກ່າວ
ເຫດບຸກໂຈມຕີວິທະຍາຄານການທະຫານຢູ່ ຊີຣີ: ມີຜູ້ເສຍຊີວິດຢ່າງໜ້ອຍ ສຸດ 100 ຄົນ  - ảnh 1ເຂດຖືກບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ
(ພາບ: Reuters)

          ຕາມຕົວເລກສະຖິຕິຫຼ້າສຸດກ່ຽວກັບເຫດດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບແນໃສ່ວິທະຍາຄານການທະຫານແຫ່ງໜຶ່ງຢູ່ແຂວງ Homs ພາກກາງຂອງ ຊີຣີ ໃນວັນທີ 05 ຕຸລາ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 100 ຄົນ ແລະ 125 ຄົນໄດ້ຮັບບາດເຈັບ. ໃນຖະແຫຼງການສະບັບໜຶ່ງ, ກະຊວງປ້ອງກັນປະເທດ ຊີຣີ ໄດ້ກ່າວວ່າ, ມີສາມັນຊົນ ແລະ ນາຍທະຫານຫຼາຍຄົນໄດ້ເສຍຊີວິດໃນເຫດບຸກໂຈມຕີດັ່ງງກ່າວ,  ພ້ອມທັງກ່າວຫາກຸ່ມ “ກໍ່ການຮ້າຍ” ໄດ້ນຳໃຊ້ເຮືອບິບໍ່ມີຄົນຂັບເພື່ອດຳເນີນການບຸກໂຈມຕີ. ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ຊີຣີ ຖະແຫຼງວ່າ ຈະສຸມກຳລັງຢ່າງເຕັມສ່ວນເພື່ອຕອບໂຕ້ເຫດບຸກໂຈມຕີດັ່ງກ່າວ. ບັນດາກຳລັງຂອງລັດຖະບານ ຊີຣີ ໄດ້ປະຕິບັດການບຸກໂຈມຕີຖິ້ມລະເບີດຢ່າງຮຸນແຮງຫຼາຍຄັ້ງໃສ່ເຂດ Idlib ໂດຍຝ່າຍຄ້ານຄວບຄຸມໃນຕະຫຼອດວັນທີ 05 ທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ