ເຮັດສຳ​ເລັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ນ້ຳ​ມັນ -​ອາຍ​ແກັດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ສະເໜີວ່າ PVN ຕ້ອງກາຍເປັນຂະແໜງເສດຖະກິດເຕັກນິກຢ່າງຄົບຊຸດ ນັບແຕ່ຂັ້ນຕອນ: ສຳຫຼວດ, ຂຸດຄົ້ນ, ຂົນສົ່ງ…
ເຮັດສຳ​ເລັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ນ້ຳ​ມັນ -​ອາຍ​ແກັດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020 ຂອງ ກຸ່ມບໍລິສັດ ນ້ຳມັນ ອາຍແກັດແຫ່ງຊາດ ຫວຽດນາມ (PVN) ໃນຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ສະເໜີວ່າ PVN ຕ້ອງກາຍເປັນຂະແໜງເສດຖະກິດເຕັກນິກຢ່າງຄົບຊຸດ ນັບແຕ່ຂັ້ນຕອນ: ສຳຫຼວດ, ຂຸດຄົ້ນ, ຂົນສົ່ງ…ທ່ານກ່າວວ່າ:

        ທີໜຶ່ງແມ່ນ ການເຄື່ອນໄຫວທີມີຄວາມປອດໄພ, ສະຖຽນລະພາບຕ້ອງມີປະສິດທິຜົນຕໍ່ບັນດາໂຄງການນ້ຳມັນອາຍແກັດ ເຊິ່ງສູ້ຊົນໃຫ້ ແຜນການປີ 2020 ບັນລຸໄດ້ໝາກຜົນສູງກ່ວາປີ 2019ເປັນຕົ້ນແມ່ນບັນດາໂຄງການຜະລິດນ້ຳມັນ. ທີ 2 ແມ່ນຕ້ອງເພີ່ມທະວີວຽກງານຊອກຫາສຳຫຼວດຂຸດຄົ້ນເພື່ອຮັກສາປະລິມານ, ເພີ່ມປະລິມານນ້ຳມັນອາຍແກັດສຳຮອງຂຶ້ນ. ທີ 3 ແມ່ນຍູ້ໄວຄວາມຄືບໜ້າຂອງບັນດາໂຄງການຈຸດສຸມຂອງຂະແໜງນ້ຳມັນອາຍແກັດ ນັບທັງບັນດາໂຄງການຂຸດຄົ້ນ, ສຳຫຼວດຊອກຫາ.

ຕອບກັບ

ຂ່າວ/ບົດ​ອື່ນ