ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Talas

(VOVWORLD) - ຕອນເຊົ້າວັນທີ 17 ກໍລະກົດ, ພາຍຸ Talas ໄດ້ພັດເຂົ້າບັນດາແຂວງ ເງະອານ ແລະ ຮ່າຕິ້ງ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ເສດຖະກິດ. ຝົນຕົກໜັກຢູ່ບັນດາແຂວງພາກກາງ. 
ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Talas - ảnh 1 ພາບປະກອບ

ຕອນເຊົ້າວັນທີ 17 ກໍລະກົດ, ພາຍຸ Talas ໄດ້ພັດເຂົ້າບັນດາແຂວງ ເງະອານ ແລະ ຮ່າຕິ້ງ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ເສດຖະກິດ. ຝົນຕົກໜັກຢູ່ບັນດາແຂວງພາກກາງ. ບັນດາທ້ອງຖິ່ນຖືກຜົນສະທ້ອນຈາກພາຍຸພວມແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງຮີບດ່ວນ, ປ້ອງກັນ, ສະກັດກັ້ນນ້ຳແກ່ງນ້ຳຖ້ວມ, ດິນເຊາະເຈື່ອນ. ທ່ານ ຮ່ວາງເຫງັຍຮ໋ຽວ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າຄະນະຊີ້ນຳປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຊອກຫາກູ້ໄຟກູ້ຊີບແຂວງ ເງະອານ, ໃຫ້ຮູ້ວ່າ:

        “ແຂວງ ເງະອານມີອ່າງເກັບນ້ຳ 625 ແຫ່ງ. ປະຈຸບັນ, ມີປະມານ 45 ອ່າງພວມຕົກເຂົ້າສູ່ສະພາບອັນຕະລາຍ. ກ່ອນອື່ນໝົດ, ພວກຂ້າພະເຈົ້າໄດ້ຍົກຍ້າຍປະຊາຊົນອອກຈາກຍ່ານລຸ່ມອ່າງ, ພ້ອມທັງຈັດປະຊາຊົນ ແລະ ພາຫະນະປະຈຳການໃນບໍລິເວນອ່າງ, ກຽມພ້ອມກູ້ໄຟກູ້ຊີບ, ມີບັນດາວິທີການລະອຽດເພື່ອຈຳກັດຄວາມເສຍຫາຍ ເມື່ອຄັນຄູແຕກ.”

ຕອບກັບ

ຂ່າວ/ບົດ​ອື່ນ