ແຂວງ ຮູເປີຍ ປະເທດຈີນ ອັບເດັດຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 13 ກຸມພາ

(VOVWORLD) -ໄລ່ຮອດວັນທີ 13 ກຸມພາ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອໄວຣັດໂຄໂຣນາສາຍພັນໃໝ່ COVID – 19 ແມ່ນເພີ່ມຂຶ້ນ 1.483 ກໍລະນີ
ແຂວງ ຮູເປີຍ ປະເທດຈີນ ອັບເດັດຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 13 ກຸມພາ - ảnh 1(ພາບປະກອບ: TTXVN)

ຄະນະກຳມະການສາທາລະນະສຸກ ແຂວງ ຮູເປີຍ, ທາງພາກກາງປະເທດຈີນ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 13 ກຸມພາ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອໄວຣັດໂຄໂຣນາສາຍພັນໃໝ່ COVID – 19 ແມ່ນເພີ່ມຂຶ້ນ 1.483 ກໍລະນີ, ແຕ່ວ່າ, ຈຳນວນຜູ້ຕິດເຊື້ອພະຍາດໃໝ່ແມ່ນຫຼຸດລົງເມື່ອທຽບໃສ່ກ່ອນນີ້ຍ້ອນມີການປ່ຽນແປງວິທີຄິດໄລ່. ຕອນເຊົ້າວັນທີ 14 ກຸມພາ, ບັນດາຕົວເລກອັບເດັດຂອງຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ໃຫ້ຮູ້ວ່າ, ແຂວງນີ້ໄດ້ມີ 116 ກໍລະນີເສຍຊີວິດ ແລະ 4.823 ກໍລະນີຫາກໍ່ຕິດເຊື້ອໃໝ່ໃນວັນທີ 13 ກຸມພາ, ຕົ້ນຕໍແມ່ນກ່ຽວຂ້ອງເຖິງບັນດາຄົນເຈັບ “ໄດ້ກວດເບື້ອງຕົ້ນ”.

          ໃນແຈ້ງການວັນທີ 13 ກຸມພາ, ອຳນາດການປົກຄອງນະຄອນ ຂວາງກາງ ຂຶ້ນກັບແຂວງ ຮູເປີຍ ຂອງຈີນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 14 ກຸມພາ, ທ້ອງຖິ່ນນີ້ຈະຮັດແໜ້ນບັນດາມາດຕະການຄວບຄຸມເຊື້ອພະຍາດ COVID – 19.

          ໃນເຫດການທີ່ກ່ຽວຂ້ອງ, ຕາມແຈ້ງການຂອງກະຊວງສາທາລະນະສຸກສິງກະໂປ ແລ້ວ, ວັນທີ 13 ກຸມພາ ໄດ້ກວດພົບ 8 ກໍລະນີຕິດເຊື້ອ COVID – 19 ຕື່ມອີກ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດນີ້ຂຶ້ນເປັນ 58 ກໍລະນີ.

          ໃນວັນດຽວກັນຢູ່ຍີ່ປຸ່ນ, ກະຊວງສາທາລະນະສຸກຍີ່ປຸ່ນ ຢັ້ງຢືນວ່າ ມີກໍລະນີຕິດເຊຶ້ອພະຍາດ COVID – 19 ຄົນທຳອິດເສຍຊີວິດ. ຜູ້ເສຍຊີວິດນັ້ນແມ່ນແມ່ເຖົ້າຄົນໜຶ່ງອາຍຸ 80 ປີ ແລະ ແມ່ເຖົ້າຄົນນີ້ກໍ່ບໍ່ໄດ້ໄປທ່ອງທ່ຽວຢູ່ຕ່າງປະເທດໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ